(vovworld) – ວັນທີ 11/6, ແຫຼ່ງຂ່າວຂອງລັດຖະບານ ສ ເກົາຫຼີ ໃຫ້ຮູ້ວ່າ: ການເຈລະຈາຂັ້ນລັດຖະບານລະຫວ່າງ 2 ພາກ ເກົາຫຼີ ເຊິ່ງຄາດວ່າຈະດຳເນີນໃນວັນທີ 12 – 13/6 ໄດ້ຖືກຍົກເລິກຍ້ອນ 2 ຝ່າຍບໍ່ລົງລອຍກັນກ່ຽວກັບພາກສ່ວນເຂົ້າຮ່ວມ, ພິເສດແມ່ນຂັ້ນຫົວໜ້າຄະນະ. ໂຄສົກກະຊວງທ້ອນໂຮມປະເທດຊາດ ສ ເກົາຫຼີ ທ່ານ Kim Hyeong – seok ໃຫ້ຮູ້ວ່າ: ພາຍຫລັງການເຈລະຈາຂັ້ນນັກວິຊາການສິ້ນສຸດລົງ, ເຊີອູນໄດ້ສະເໜີໃຫ້ ພຽງຢາງ ສົ່ງບັນຊີລາຍຊື່ພາກສ່ວນເຂົ້າຮ່ວມການເຈລະຈາຂັ້ນສູງ. ແຕ່ເຖິງຢ່າງໃດກໍ່ຕາມ, ສປປ ເກົາຫຼີ ພັດຢືດໝັ້ນທັດສະນະທີ່ວ່າ 2 ຝ່າຍພ້ອມກັນແລກປ່ຽນບັນຊີລາຍຊື່ຄະນະຜູ້ແທນເຂົ້າຮ່ວມການເຈລະຈາ. ຕາມກະຊວງດັ່ງກ່າວແລ້ວ, ໃນເວລາ 13 ໂມງ (ເວລາທ້ອງຖິ່ນ) ຂອງວັນດຽວກັນ, 2 ພາກເກົາຫຼີ ໄດ້ແລກປ່ຽນບັນຊີລາຍຊື່ຄະນະຜູ້ແທນ (ລວມມີສະມາຊິກ 5 ທ່ານ) ເຂົ້າຮ່ວມກອງປະຊຸມ. ເຊີນອູນໄດ້ບົ່ງຕົວທ່ານຮອງລັດຖະມົນຕີກະຊວງທ້ອນໂຮມປະເທດຊາດ Kim Nam - sik ເປັນຫົວໜ້າຄະນະ, ໃນຂະນະນັ້ນ ພຽງຢາງ ໄດ້ ບົ່ງຕົວທ່ານຫົວໜ້າຄະນະເລຂາຄະນະກຳມະການເອກະພາບສັນຕິພາບແຫ່ງຊາດເປັນຫົວໜ້າຄະນະ. ຝ່າຍ ສປປ ເກົາຫຼີ ໄດ້ຄັດຄ້ານກ່ຽວກັບຕຳແໜ່ງຂອງຫົວໜ້າຄະນະຝ່າຍ ສ ເກົາຫຼີ ໃນທັນທີ. ກ່ອນທີ່ປະກາດຍົກເລີກການເຈລະຈາພຽງຝ່າຍດຽວ, ພຽງຢາງ ໄດ້ ກ່າວເຕືອນ ເຊີອູນ ວ່າ: ຈະບໍ່ສົ່ງຄະນະປະຕິບັດງານເຖິງ ສ ເກົາຫຼີ ຖ້າຫາກຫົວໜ້າຂອງ ສ ເກົາຫຼີ ບໍ່ແມ່ນຕຳແໜ່ງລັດຖະມົນຕີ.