ການເຈລະຈານິວເຄຼຍຮອບໃຫມ່ລະຫວ່າງອີຣານແລະກຸ່ມP5+1

ການເຈລະຈານິວເຄຼຍຮອບໃຫມ່ລະຫວ່າງອີຣານແລະກຸ່ມP5+1 - ảnh 1
ຮາກຖານນິວເຄຼຍຂອງ ອີຣານ
ພາບ:internet


(vovworld)- ​ແຕ່​ວັນ​ທີ 16-20/6, ອີຣານ ​ແລະ ກຸ່ມ P5+1 ​ໄດ້​ກ້າວ​ເຂົ້າ​ສູ່​ການ​​ເຈ​ລະ​ຈາ​ຮອບ​ທີ 5 ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍຂອງ ອີຣານ ​ເພື່ອ​ຮຽບຮຽງ​ຂໍ້​ຕົກລົງ​ສຸດ​ທ້າ​ຍ. ກ່ອນ​ຫນ້າ​ນັ້ນ, ອີຣານ ​ໄດ້​ເຈລະຈາ​ສອງ​ຝ່າຍ​ກັບ​ບັນດາ​ປະ​ເທດ​ໃນ​ກຸ່ມ P5+1 ຄື:  ອາ​ເມ​ລິ​ກາ, ລັດ​ເຊຍ, ຝລ່ັງ, ​ເຢຍລະ​ມັນ ​ເພື່ອ​ຮັດ​ແຄບ​ຄວາມ​ບໍ່​ລົງ​ລອຍ​ກັນ​ລະຫວ່າງ​ບັນດາ​ຝ່າຍ ​​ແລະ ເພື່ອ​ມີ​ເວລາ​ຕື່ມ​ອີກກ່ອນ​ທີ່​ດຳ​ເນີນ​ຮອບ​ເຈລະຈາ​ຂັ້ນ​ສູງ. ຫົວຫນ້າ​ຄະນະ​ຜູ້​ແທນ ອີຣານ, ທ່ານຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອີຣານ Abbas Araqchi ​ເນັ້ນ​ຫນັກ​ວ່າ: ທຸກ​ຝ່າຍ​ລ້ວນ​ແຕ່​ເຫັນ​ດີ​ກ້າວ​ໄປ​ເຖິງ​ການ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ນິວ​ເຄຼຍຄັ້ງ​ສຸດ​ທ້າ​ຍ. ອີຣານ ​ແລະ ກຸ່ມ P5+1 ວາງ​ຈຸດໝາຍ​ບັນລຸ​ຂໍ້​ຕົກນິວ​ເຄຼຍຍາວ​ນານ​ກ່ຽວ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ປະລະມານູ​ທີ່​ກໍ່​ຄວາມ​ຖົກ​ຖຽງ​ຂອງ​ອີຣານ ​ໃນ​ເດືອນ 7/2014.

 

 

 

 

ຂ່າວ/ບົດ​ອື່ນ