ການເຈລະຈາລະຫວ່າງ 2 ພາກເກົາຫຼີ ສືບຕໍ່ຖືກປະລາໄຊ

ການເຈລະຈາລະຫວ່າງ 2 ພາກເກົາຫຼີ ສືບຕໍ່ຖືກປະລາໄຊ - ảnh 1
ການເຈລະຈາ​ຄັ້ງ​ທີ 6 ​ລະຫວ່າງ ສ.​ເກົາຫຼີ ​ແລະ ສປປ.​ເກົາຫຼີ
ສືບ​ຕໍ່ຖືກ​ປະລາ​ໄຊ
(ພາບ: TTXVN)


(vovworld) - ວັນ​ທີ 25/07, ຮອບ​ເຈລະຈາ​ຄັ້ງ​ທີ 6 ຂັ້ນ​ນັກ​ວິ​ສາ​ການ​ລະຫວ່າງ ສ.​ເກົາຫຼີ ​ແລະ ສປປ.​ເກົາຫຼີ ກ່ຽວ​ກັບ​ເລື່ອງ​ເປີດ​ເຂດ​ອຸດສາຫະກຳ Kaesong ຄືນ​ໃໝ່​ບໍ່​ໄດ້​ຮັບ​ຜົນ. ພາຍ​ຫຼັງ​ສິ້ນ​ສຸດ​ຮອບ​ເຈລະຈາ, ​ຫົວ​ໜ້າ​ຄະນະ​ເຈລະຈາ ສປປ.​ເກົາຫຼີ Park Chol su ​ໃຫ້​ຮູ້​ວ່າ ຖ້າ​ຫາກ​ການ​ເຈລະຈາ​ກັບສ.​ເກົາຫຼີ ຖືກປະລາ​ໄຊ, ພຽງ​ຢາງ ຈຳ​ເປັນຕ້ອງ​ຜັນ​ຂະຫຍາຍກຳລັງ​ທະຫານ​ເຖິງ​ເຂດ​ອຸດສາຫະກຳ​ລວມນີ້, ພ້ອມ​ທັງ​ຕຳ​ນິຕິ​ຕຽນຝ່າຍ ສ.​ເກົາຫຼີ ບໍ່​ປະ​ນິປະນອມ​ ພາ​ໄປ​ເຖິງ​ການ​ເຈລະຈາ​ບໍ່​ໄດ້​ຮັບ​ຜົນ. ທ່ານ Park Chol su ​ເນັ້ນ​ໜັກ​ວ່າ ພຽງ​ຢາງ​ ສາມາດ​​ໃຫ້​ເຂດ​ອຸດສາຫະກຳ​ດັ່ງກ່າວ​ເຄື່ອນ​ໄຫວ​ດ້ວຍ​ຕົນ​ເອງ ຫາກ​ບໍ່​ຕ້ອງ​ໄດ້​ຮັບການ​ໜູນ​ຊ່ວຍ​ຈາກ​ຝ່າຍ​ເຊ​ີອຸນ. ​ເພື່ອ​ຕອບ​ຄືນ, ຫ້ອງ​ການ​ໂຄສົກ​ກະຊວງທ້ອນ​ໂຮມ​ປະ​ເທດ​ເປັນ​ເອກະ​ພາບ ສ​ເກົາຫຼີ ​ໄດ້​ຍົກ​ອອກ​ຖະ​ແຫຼ​ງການ​ດ່ວນ​ໂດຍ​ຖື​ວ່າ ຄຳ​ຖະ​ແຫຼ​ງຂອງ​ສປປ.​ເກົາຫຼີ ກ່ຽວ​ກັບ​ການ​ເຈລະຈາ​ຖືກ​ປະລາ​ໄຊ “​ແມ່ນ​ໜ້າ​ເສຍດາຍ”, ພ້ອມ​ທັງ​ກາວ​ເຕື່ອນວ່າ ຖະ​ແຫຼ​ງດັ່ງກ່າວ​ອາດສົ່ງຜົນ​ສະທ້ອນ​ບໍ່​ດີ​ເຖິງເຂດ​ອຸດສາຫະກຳ Kaesong.
ຂ່າວ/ບົດ​ອື່ນ