ການເຈລະຈາລະຫວ່າງຮອງນາຍົກລັດຖະມົນຕີ,ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ແລະ ລັດຖະມົນຕີການຕ່າງປະເທດ ແອັດສໂຕນີ

(VOVWORLD) - ໃນຂອບເຂດການຢ້ຽມຢາມ, ວັນທີ 14 ກັນຍາ, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ໄດ້ເຈລະຈາກັບທ່ານລັດຖະມົນຕີການຕ່າງປະເທດ ແອັດສໂຕນີ Sven Mikser.
ການເຈລະຈາລະຫວ່າງຮອງນາຍົກລັດຖະມົນຕີ,ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ແລະ ລັດຖະມົນຕີການຕ່າງປະເທດ ແອັດສໂຕນີ - ảnh 1 ທ່ານ Sven Mikser, ລັດຖະມົນຕີການຕ່າງປະເທດ ແອັດສໂຕນີ ແລະ ທ່ານ ຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ

ທ່ານ Sven Mikser, ລັດຖະມົນຕີການຕ່າງປະເທດ ແອັດສໂຕນີ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 13 – 14 ກັນຍາ 2018 ຕາມຄຳເຊື້ອເຊີນຂອງທ່ານ ຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ. ໃນຂອບເຂດການຢ້ຽມຢາມ, ວັນທີ 14 ກັນຍາ, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ໄດ້ເຈລະຈາກັບທ່ານລັດຖະມົນຕີການຕ່າງປະເທດ ແອັດສໂຕນີ Sven Mikser. ນະທີ່ນີ້, 2 ຝ່າຍໄດ້ແລກປ່ຽນກ່ຽວກັບມາດຕະການຢ່າງລະອຽດເພື່ອແນໃສ່ຊຸກຍູ້ການພົວພັນສອງຝ່າຍ; ຢືນຢັນວ່າຄວນເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນກ່ວາອີກ, ໃນນັ້ນ ມີຄະນະຜູ້ແທນຂັ້ນສູງ; ຮັກສາການປຶກສາຫາລືດ້ານການເມືອງ, ສົມທົບກັນລະຫວ່າງ 2 ກະຊວງການຕ່າງປະເທດ; ສືບຕໍ່ປັບປຸງກອບນິຕິກຳ ໃຫ້ສົມບູນແບບເພື່ອແນໃສ່ຊຸກຍູ້ການຮ່ວມມືໃນທຸກໆຂົງເຂດ, ໂດຍສະເພາະແມ່ນດ້ານເສດຖະກິດ - ການຄ້າ -  ການລົງທຶນ.       ສອງຝ່າຍເຫັນດີເປັນເອກະພາບນຳກັນວ່າຄວນສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາປະເພດສິນຄ້າສົ່ງອອກຕົ້ນຕໍຂອງ ຫວຽດນາມ ໄປຍັງຕະຫຼາດ ແອັດສໂຕນີ ແລະ ບັນດາປະເທດອ້ອມຂ້າງ ກໍ່ຄືບັນດາປະເພດສິນຄ້າເຊິ່ງ ແອັດສໂຕນີ ມີທ່າແຮງ, ມີກາລະໂອກາດເຂົ້າຕະຫຼາດ ຫວຽດນາມ ແລະ ອາຊຽນ. ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຊົມເຊີຍເລື່ອງ 2 ປະເທດໄດ້ລົງນາມໃນສັນຍາຫຼີກລ້ຽງການເກັບພາສີຊ້ອນ, ສະເໜີເຈລະຈາໂດຍໄວເພື່ອລົງນາມໃນສັນຍາຮ່ວມມືເສດຖະກິດສ້າງກອບນິຕິກຳສະດວກໃຫ້ແກ່ການຮ່ວມມືເສດຖະກິດ - ການຄ້າ - ການລົງທຶນສະບັບໃໝ່ລະຫວ່າງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ