ການເຕີບໂຕຢູ່ເຂດພູດອຍ ແລະ ພູສູງທາງພາກເໜືອ ຫວຽດນາມ ສູງທີ່ສຸດໃນທົ່ວປະເທດ
(VOVWORLD) - ການເຕີບໂຕ ຍອດຜະລິດຕະພັນໃນບໍລິເວນ (GRDP) ຂອງເຂດໃນປີ 2024 ຄາດວ່າບັນລຸ 9,11%, ສູງທີ່ສຸດໃນທົ່ວປະເທດ.
ບັນຍາກາດກອງປະຊຸມ (ພາບ: MPI) |
ໃນກອງປະຊຸມສະພາປະສານງານເຂດພູດອຍ ແລະ ເຂດພູສູງພາກເໜືອ ຫວຽດນາມ ຄັ້ງທີ 4 ໄດ້ດຳເນີນໃນຕອນບ່າຍວັນທີ 18 ທັນວາ ຢູ່ຮ່າໂນ້ຍ, ທ່ານ ຫງວຽນດຶກເຕິມ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ ປີ 2024, ສະພາບການພັດທະນາເສດຖະກິດ - ສັງຄົມ ຂອງເຂດ ຢັ້ງຢືນໄດ້ການຟື້ນຕົວຢ່າງຈະແຈ້ງ ແລະ ບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງ. ຕາມນັ້ນແລ້ວ, ການເຕີບໂຕ ຍອດຜະລິດຕະພັນໃນບໍລິເວນ (GRDP) ຂອງເຂດໃນປີ 2024 ຄາດວ່າບັນລຸ 9,11%, ສູງທີ່ສຸດໃນທົ່ວປະເທດ. ທ່ານ ເຕິມ ໃຫ້ຮູ້ວ່າໂຄງປະກອບ GRDP ມີການເໜັງຕິງຕັ້ງໜ້າພໍສົມຄວນ, ໂຄງປະກອບຂະແໜງອຸດສາຫະກຳ ແລະ ການບໍລິການ ກວມເອົາ 80,9% GRDP ຂອງເຂດ; ການປະກອບສ່ວນຂອງ 2 ຂະແໜງກວມເອົາ 8,7% ຈຸດຄະແນນເຕີບໂຕ GRDP ຂອງເຂດ ໃນປີ 2024. ວົງເງິນສົ່ງອອກຮອດທ້າຍເດືອນພະຈິກ 2024 ທົ່ວເຂດບັນລຸກວ່າ 72 ຕື້ USD.
ສະພາບແວດລ້ອມດຳເນີນທຸລະກິດໄດ້ຮັບການປັບປຸງ, ປີ 2023 ທົ່ວເຂດ ມີ 5/14 ທ້ອງຖິ່ນ ນອນໃນກຸ່ມ 30 ທ້ອງຖິ່ນທີ່ມີດັດຊະນີແກ້ງແຍ້ງຂັ້ນແຂວງ PCI ດີທີ່ສຸດ (ລວມມີ ບັກຢາງ, ຝູທໍ້, ລ້າງເຊີນ, ຖ໊າຍງວຽນ ແລະ ລາວກາຍ). ກໍຕາມທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນແລ້ວ, ຮອດປີ 2024, ທົ່ວເຂດມີ 37 ເຂດອຸດສາຫະກຳໄດ້ຮັບການສ້າງຕັ້ງຂຶ້ນ, 26 ເຂດອຸດສາຫະກຳ ພວມເຄື່ອນໄຫວ ດ້ວຍອັດຕາການເຄື່ອນໄຫວກວ່າ 67% ເນື້ອທີ່ດິນ.