ການເລືອກຕັ້ງປະທານາທິບໍດີລັດເຊຍ: ຫຼາຍປະເທດໃຫ້ຄຳໝັ້ນສັນຍາຊຸກຍູ້ການພົວພັນກັບລັດເຊຍ

(VOVWORLD) -ຢືນຢັນຄຳໝັ້ນສັນຍາຊຸກຍູ້ການພົວພັນ 2 ຝ່າຍກັບລັດເຊຍ ຄືນໃໝ່ ແມ່ນຈຸດລວມຂອງບັນດາສານອວຍພອນຂອງການນຳຫຼາຍປະເທດໃນໂລກໄດ້ສົ່ງເຖິງທ່ານ Vladimir Putin, ຜູ້ທີ່ຫາກໍ່ໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີລັດເຊຍ ຄືນໃໝ່ ໃນວັນທີ 19 ມີນາ.

ການເລືອກຕັ້ງປະທານາທິບໍດີລັດເຊຍ: ຫຼາຍປະເທດໃຫ້ຄຳໝັ້ນສັນຍາຊຸກຍູ້ການພົວພັນກັບລັດເຊຍ - ảnh 1 ທ່ານປະທານາທິບໍດີລັດເຊຍ Vladimir Putin

(ພາບ: AP)

ລັດຖະບານຍີ່ປຸ່ນ ໃຫ້ຮູ້ວ່າ, ໃນການໂອ້ລົມທາງໂທລະສັບທີ່ແກ່ຍາວເປັນເວລາ 20 ນາທີ, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ແລະ ທ່ານປະທານາທິບໍດີລັດເຊຍ Vladimir Putin ໃຫ້ຄຳໝັ້ນສັນຍາຊຸກຍູ້ການພົວພັນ 2 ຝ່າຍ ແລະ ແກ້ໄຂບັນດາບັນຫາຂັດແຍ້ງຜືນແຜ່ນດິນກໍຄືການຮ່ວມມືເພື່ອຄາດໝາຍປອດນິວເຄຼຍໃນແຫຼມເກົາຫຼີ ໃນສະພາບທີ່ບັນດາການພົບປະຄັ້ງສຸດຍອດລະຫວ່າງສ.ເກົາຫຼີ - ສປປ.ເກົາຫຼີ, ອາເມລິກາ - ສປປ.ເກົາຫຼີ ຈະຖືກດຳເນີນໃນຊຸມເດືອນຈະມາເຖິງ. ໃນຂະນະນັ້ນ, ໂຄສົກຂອງທ່ານນາງນາຍົກລັດຖະມົນຕີເຢຍລະມັນ Steffen Saibert ໃຫ້ຮູ້ວ່າ, ທ່ານນາງ Angela Merkel ຈະສົ່ງຄຳອວຍພອນເຖິງທ່ານ Putin ຜູ້ຮັບດຳລົງຕຳແໜ່ງເປັນປະທານາທິບໍດີລັດເຊຍ ໂດຍໄວ.

        ແລະກໍ່ໃນວັນດຽວກັນ, ກ່າວຄຳເຫັນພາຍຫຼັງຮັບດຳລົງຕຳແໜ່ງເປັນປະທານາທິບໍດີລັດເຊຍ ຊຸດໃໝ່, ທ່ານປະທານາທິບໍດີ Putin ຢືນຢັນວ່າ: ລັດເຊຍ ບໍ່ຢາກມີການກຳວງເສັງ ດ້ານອາວຸດໃໝ່ ແລະ ຈະເຮັດທຸກວຽກງານທີ່ສາມາດເຮັດໃຫ້ເພື່ອແກ້ໄຂບັນດາຄວາມບໍ່ລົງລອຍກັນກັບບັນດາປະເທດ ໃນຂະນະທີ່ຍັງປົກປ້ອງຜົນປະໂຫຍດຂອງຊາດໄວ້ໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ