ການເລືອກຕັ້ງຜູ້ອຳນວຍການໃຫຍ່ UNESCO ຮອບທີ 4: ກາຕາ ລອດເຂົ້າຮອບຊິງຊະນະເລີດ

(VOVWORLD) - ດ້ວຍຈຳນວນບັດສະໜັບສະໜູນ 22 ບັດ, ຜູູ້ສະໝັກຮັບເລືອກຕັ້ງ Hammad bin Al – Kawari ຂອງປະເທດ ກາຕາ ໄດ້ລື່ນກາຍ 4 ບັດເມື່ອທຽບໃສ່ ຜູູ້ສະໝັກຮັບເລືອກຕັ້ງ Audrey Azoulay ຂອງປະເທດ ຝຣັ່ງ ແລະ Moushira Khattab ຂອງ ອີຢິບ

ຢູ່ຮອບທີ 4 ຂອງການເລືອກຕັ້ງຜູ້ອຳນວຍການໃຫຍ່ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສປຊ (UNESCO) ເຊິ່ງຈັດຕັ້ງໃນຕອນບ່າຍວັນທີ 12 ຕຸລາ, ດ້ວຍຈຳນວນບັດສະໜັບສະໜູນ 22 ບັດ, ຜູູ້ສະໝັກຮັບເລືອກຕັ້ງ Hammad bin Al – Kawari ຂອງປະເທດ ກາຕາ ໄດ້ລື່ນກາຍ 4 ບັດເມື່ອທຽບໃສ່ ຜູູ້ສະໝັກຮັບເລືອກຕັ້ງ Audrey Azoulay ຂອງປະເທດ ຝຣັ່ງ ແລະ Moushira Khattab ຂອງ ອີຢິບ. ຜູ້ຕາງໜ້າຂອງປະເທດ ກາຕາ ຍາດໄດ້ສິດເຂົ້າຮອບຊິງຊະນະເລີດ. ໃນຂະນະນັ້ນ, ຜູູ້ສະໝັກຮັບເລືອກຕັ້ງຂອງ ຝຣັ່ງ ແລະ ອີຢິບ ລ້ວນແຕ່ ມີ 18 ບັດ, ປະຈຸບັນພວມໃນທ່າສະເໝີກັນ ສະນັ້ນ ຈະຕ້ອງແກ່ງແຍ້ງກັນເພື່ອຍາດໄດ້ປີ້ທີ່ຍັງເຫຼືອໃນຕອນບ່າຍວັນທີ 13 ຕຸລາ, ກ່ອນທີ່ສະພາບໍລິຫານງານ UNESCO ດຳເນີນການປ່ອນບັດຮອບທີ 5 ໃນທ້າຍກອງປະຊຸມ.

ຕອບກັບ

ຂ່າວ/ບົດ​ອື່ນ