ການເລືອກຕັ້ງອາເມລິກາ: ຄວາມມານະພະຍາຍາມດ້ານກົດໝາຍຂອງທ່ານປະທານາທິບໍດີ D.Trump ສືບຕໍ່ຖືກກີດຂວາງ

(VOVWORLD) -ສານປະຊາຊົນສູນສຸດລັດ Pennsylvania ໄດ້ປະຕິເສດຄຳຕັດສິນຂອງສານ Commonwearth, ລັດ Pennsylvania

ການເລືອກຕັ້ງອາເມລິກາ: ຄວາມມານະພະຍາຍາມດ້ານກົດໝາຍຂອງທ່ານປະທານາທິບໍດີ D.Trump ສືບຕໍ່ຖືກກີດຂວາງ - ảnh 1 ສານປະຊາຊົນສູນສຸດລັດ Pennsylvania ໄດ້ປະຕິເສດຄຳຕັດສິນຂອງສານ Commonwearth

(ພາບປະປອບ: REUTERS/TTXVN)

    ວັນທີ 28 ພະຈິກ, ສານປະຊາຊົນສູງສຸດລັດ Pennsylvania, ອາເມລິກາ ໄດ້ປະຕິເສດຄວາມມານະພະຍາຍາມຂອງພັກປະຊາທິປະໄຕ ເພື່ອແນໃສ່ສະກັດກັ້ນເລື່ອງຢັ້ງຢືນໝາກຜົນການເລືອກຕັ້ງໂດຍຊີ້ໃຫ້ເຫັນວ່າ ທ່ານອະດີດປະທານາທິບໍດີ Joe Biden ຍາດໄດ້ໄຊຊະນະຢູ່ລັດຫຼັກແຫຼ່ງນີ້ ໃນການເລືອກຕັ້ງປະທານາທິບໍດີຜ່ານມາ.

  ໃນຂໍ້ຕົກລົງປະກາດໃນຕອນຄ່ຳວັນທີ 28 ພະຈິກ (ຕາມເວລາທ້ອງຖິ່ນ), ສານປະຊາຊົນສູນສຸດລັດ Pennsylvania ໄດ້ປະຕິເສດຄຳຕັດສິນຂອງສານ Commonwearth, ລັດ Pennsylvania (ສານອຸທອນເປັນກາງ) ກໍຄືປະຕິເສດໃບຮ້ອງຟ້ອງຂອງຄະນະຂົນຂວາຍຫາສຽງເລືອກຕັ້ງຂອງທ່ານປະທານາທິບໍດີ D.Trump ເພື່ອແນໃສ່ສະກັດກັ້ນລັດ Pennsylvania ຢັ້ງຢືນໝາກຜົນການເລືອກຕັ້ງ.

   ປະຈຸບັນ, ຄະນະຂົນຂວາຍຂອງທ່ານ D.Trump ໄດ້ດຳເນີນຫຼາຍວິທີການດ້ານນິຕິກຳຢູ່ບາງລັດສຳຄັນ, ເຖິງວ່າຫຼາຍໃບຮ້ອງຟ້ອງຖືກປະຕິເສດ.

ຕອບກັບ

ຂ່າວ/ບົດ​ອື່ນ