ການ​ແຂ່​ງ​ຂັນ​ທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ UAV 2025 - ຂັນ PV GAS ສ້າງ​ສະ​ຖານ​ທີ່​ລະຫຼິ້ນ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ທີ່​ມີ​ປະ​ໂຫຍດ​ໃຫ້​ແກ່​ນັກ​ສຶກ​ສາ

(VOVWORLD) - ການແຂ່ງຂັນໄດ້ສ້າງຕັ້ງຢ່າງເໝາະສົມກັບລະດັບຄວາມຮູ້ ແລະ ຄວາມສາມາດຂອງນັກຮຽນ, ນັກສຶກສາ, ສຸມໃສ່ອອກແບບ, ປະດິດສ້າງບັນດາຜະລິດຕະພັນ UAV ມີລະດັບອັດສະລິຍະໃດໜຶ່ງ, ສົມທົບກັບທັກສະການບັນຊາເພື່ອຂ້າມລະບົບສະກັດກັ້ນ, ຮົ້ວກີດຂວາງ ເພື່ອປະຕິບັດໜ້າທີ່ຕົວຈິງຄືການສະໜອງແທງພະລັງງານໃນຕົວເມືອງອັດສະລິຍະ.
ການ​ແຂ່​ງ​ຂັນ​ທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ UAV 2025 - ຂັນ PV GAS ສ້າງ​ສະ​ຖານ​ທີ່​ລະຫຼິ້ນ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ທີ່​ມີ​ປະ​ໂຫຍດ​ໃຫ້​ແກ່​ນັກ​ສຶກ​ສາ - ảnh 1ການມອບລາງວັນ (ພາບ: ຄະນະຈັດຕັ້ງ)

ພາຍຫຼັງຈັດຕັ້ງມາເປັນເວລາເກືອບ 3 ເດືອນ, ການແຂ່ງຂັນທີ່ມີຫົວຄິດປະດິດສ້າງ UAV 2025 - ຂັນ PV GAS, ເຊິ່ງເປັນການແຂ່ງຂັນຄັ້ງທຳອິດກ່ຽວກັບເຄື່ອງບິນບໍ່ມີຄົນຂັບ (UAV ໄດ້ຜັນຂະຫຍາຍດ້ວຍຂອບຂະໜາດ ທົ່ວໂລກ, ໄດ້ສິ້ນສຸດລົງໃນວັນທີ 7 ທັນວາຢູ່າຮ່າໂນ້ຍ. ການແຂ່ງຂັນໂດຍສະຖາບັນຄົ້ນຄ້ວາວິທະຍາສາດ, ອາວະກາດ ແລະ ໃຕ້ນ້ຳ ເຊິ່ງແມ່ນຫົວໜ່ວຍຂຶ້ນກັບມະຫາວິທະຍາໄລສັບພະວິຊາ ຮ່າໂນ້ຍ, ສົມທົບກັບ ບໍລິສັດນ້ຳມັນອາຍແກັດ ຫວຽດນາມ ເຊິ່ງເປັນອົງການອຸປະຖຳການແຂ່ງຂັນ. ການແຂ່ງຂັນໄດ້ສ້າງຕັ້ງຢ່າງເໝາະສົມກັບລະດັບຄວາມຮູ້ ແລະ ຄວາມສາມາດຂອງນັກຮຽນ, ນັກສຶກສາ, ສຸມໃສ່ອອກແບບ, ປະດິດສ້າງບັນດາຜະລິດຕະພັນ UAV ມີລະດັບອັດສະລິຍະໃດໜຶ່ງ, ສົມທົບກັບທັກສະການບັນຊາເພື່ອຂ້າມລະບົບສະກັດກັ້ນ, ຮົ້ວກີດຂວາງ ເພື່ອປະຕິບັດໜ້າທີ່ຕົວຈິງຄືການສະໜອງແທງພະລັງງານໃນຕົວເມືອງອັດສະລິຍະ ຫຼື ໜູນຊ່ວຍບັນດາກໍລະນີສຸກເສີນ.


ຕອບກັບ

ຂ່າວ/ບົດ​ອື່ນ