ການ​ໂອ້​ລົມ​ສົນ​ທະ​ນາ “ນັກ​ຂ່າວ​ນັກ​ຮົບ​ຮຽນ​ຕາມ​ແບບ​ຢ່າງ​ນັກ​ຂ່າວ​ໂຮ່​​ຈີ​ມິນ”

(VOVWORLD) -ຕອນເຊົ້າວັນທີ 14 ມິຖຸນາ, ຢູ່ຮ່າໂນ້ຍ, ໜັງສືພິມກອງທັບປະຊາຊົນຫວຽດນາມ ສົມທົບກັບວາລະສານ ທົ່ວປວງຊົນປ້ອງກັນຊາດ ແລະ ສູນກະຈາຍສຽງ-ໂທລະພາບກອງທັບ ໄດ້ຈັດ ການໂອ້ລົມສົນທະນາທີ່ມີຫົວຂໍ້ວ່າ: “ນັກຂ່າວນັກຮົບຮຽນຕາມແບບຢ່າງນັກຂ່າວໂຮ່ຈີມິນ”.
ການ​ໂອ້​ລົມ​ສົນ​ທະ​ນາ “ນັກ​ຂ່າວ​ນັກ​ຮົບ​ຮຽນ​ຕາມ​ແບບ​ຢ່າງ​ນັກ​ຂ່າວ​ໂຮ່​​ຈີ​ມິນ” - ảnh 1

(ພາບ: qdnd.vn )

      ນີ້ແມ່ນການເຄື່ອນໄຫວແທດຈິງ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງການປະຕິບັດພິໄນກຳປະທານໂຮ່ຈີມິນ; 30 ປີແຫ່ງວັນບຸນ ທົ່ວປວງຊົນປ້ອງກັນຊາດ ແລະ ສະເຫຼີມສະຫຼອງ 94 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ(21/06/1925 – 21/06/2019).

 ບັນດາບົດປະກອບຄຳເຫັນທີ່ການໂອ້ລົມສົນທະນາໄດ້ຍົກອອກບັນດາຂໍ້ອ້າງອີງທາງວິທະຍາສາດ, ປະຫວັດສາດ ແລະ ພຶດຕິກຳຕົວຈິງ, ສືບຕໍ່ຢັ້ງຢືນບັນດາຄຸນຄ່າດ້ານແນວຄິດ, ທັດສະນະ ແລະ ຄຳຊີ້ນຳ, ສັ່ງສອນຂອງ ປະທານໂຮ່ຈີມິນ. ເຖິງແນວນັ້ນກໍ່ຕາມ, ລຸ້ນນັກຂ່າວນັບຮົບໃນປະຈຸບັນຍາມໃດກໍ່ຝຶກຝົນຫຼໍ່ຫຼອມຄຸນສົມບັດປະຕິວັດ ແລະ ວິຊາສະເພາະຕາມແບບຢ່າງຂອງ ປະທານໂຮ່ຈີມິນ ຢ່າງບໍ່ຢຸດຢັ້ງ. ນັກຂ່າວ ເລກວາງຮຸຍ ຫົວໜ້າພະແນກຂ່າວໂທລະພາບ ສູນກະຈາຍສຽງ-ໂທລະພາບກອງທັບ ແບ່ງປັນວ່າ:

   ຕາມຂ້າພະເຈົ້າແລ້ວ, ຕ້ອງຮຽນຕາມແບບແຜນ, ແນວຄິດຄຸນສົມບັດໃນການເຮັດວຽກງານການຂ່າວ ແລະ ພິເສດແມ່ນຕ້ອງຮຽນຕາມຄວາມສາມາດຮຽນໄດ້ດ້ວຍຕົນເອງ, ຄວາມສາມາດຝຶກຝົນຫຼໍ່ຫຼອມດ້ວຍຕົນເອງຂອງປະທານໂຮ່ຈີມິນ. ໃນຍຸກປະຈຸບັນ, ຮຽກຮ້ອງໃຫ້ນັກຂ່າວຕ້ອງມີເຕັກນິກ, ທັກສະໃໝ່, ຕ້ອງຮຽນ, ຕ້ອງປ່ຽນແປງ ແຕ່ມີສິ່ງທີ່ບໍ່ສາມາດປ່ຽນແປງໄດ້ ນັ້ນແມ່ນຈິດໃຈ ແລະ ຄຸນນະທາດຂອງນັກຂ່າວປະຕິວັດ ຄືແບບຢ່າງຂອງ ປະທານໂຮ່ຈີມິນ.

ຕອບກັບ

ຂ່າວ/ບົດ​ອື່ນ