ການໂອ້ລົມເຈລະຈາດ້ານປ້ອງກັນຊາດ ຫວຽດນາມ - ອິນໂດເນເຊຍ
(VOVWORLD) - 2 ຝ່າຍໄດ້ເຫັນດີນຳກັນວ່າ ໃນໄລຍະຈະມາເຖິງ ຈະສືບຕໍໍ່ຊຸກຍູ້ບັນດາການເຄື່ອນໄຫວພົບປະ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ
ທີ່ການໂອ້ລົມເຈລະຈາ
(ພາບ: qdnd.vn)
|
ວັນທີ 19 ພຶດສະພາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ ຫວຽດນາມ, ທ່ານພົນເອກ ຫງວຽນເຕິນເກືອງ, ກຳມະການສູນກາງພັກ, ກຳມະການປະຈຳຄະນະພັກການທະຫານສູນກາງ, ເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຕ້ອນຮັບທ່ານພົນເອກ Maruli Simanjuntak, ຜູ້ບັນຊາການທະຫານບົກ ອິນໂດເນເຊຍ. ຢູ່ທີ່ນີ້, 2 ຝ່າຍໄດ້ເຫັນດີນຳກັນວ່າ ໃນໄລຍະຈະມາເຖິງ ຈະສືບຕໍໍ່ຊຸກຍູ້ບັນດາການເຄື່ອນໄຫວພົບປະ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ; ຮ່ວມມືບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ແລະ ບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ; ສົມທົບກັນ, ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສ, ກົນໄກຫຼາຍຝ່າຍໂດຍ ອາຊຽນ ນຳພາ.
ກ່ອນໜ້ານັ້ນໃນວັນດຽວກັນ, ຢູ່ ຮ່າໂນ້ຍ, ທ່ານພົນໂທ ຫງວຽນວັນເງຍ, ຮອງເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ ໄດ້ດຳເນີນການໂອ້ລົມເຈລະຈາກັບທ່ານພົນເອກ Maruli Simanjuntak, ຜູ້ບັນຊາການທະຫານບົກ ອິນໂດເນເຊຍ. 2 ຝ່າຍໄດ້ເຫັນດີຮັກສາກົນໄກແລກປ່ຽນຂໍ້ມູນຂ່າວສານ; ຄົ້ນຄວ້າຊຸກຍູ້ການຮ່ວມມື, ແບ່ງປັນບົດຮຽນໃນຂົງເຂດກູ້ໄພກູ້ຊີບ; ເປີດກວ້າງການຮ່ວມມືໃນຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ, ສອດຄ່ອງກັບສະພາບຕົວຈິງຂອງກຳລັງທະຫານບົກ 2 ປະເທດ…