ກໍ່​າປັ່ນ​ຂອງ ຈີນ ​ຂັບ​ໄລ່ ກໍ່່​າປັ່ນ​ຫາ​ປາ​ຂອງ ຍີ່​ປຸ່ນ ຢູ່​​ບໍລິ​ເວ​ນໃກ້ໝູ່​ເກາະທີ່​​ເກີດ​ການ​ຂັດ​ແຍ້​ງ

(VOVWORLD) -ນີ້ກໍແມ່ນຄັ້ງທໍາອິດ ທີ່ກໍ່າປັ່ນ ຂອງຈີນ ແລ່ນເຂົ້າເຂດທະເລ ຢູ່ໃກ້ໝູ່ເກາະ Senkaku/ ແຕວອຸ໊ຍ ນັບແຕ່ວັນທີ 17 ເມສາຜ່ານມາ.
ກໍ່​າປັ່ນ​ຂອງ ຈີນ ​ຂັບ​ໄລ່ ກໍ່່​າປັ່ນ​ຫາ​ປາ​ຂອງ ຍີ່​ປຸ່ນ ຢູ່​​ບໍລິ​ເວ​ນໃກ້ໝູ່​ເກາະທີ່​​ເກີດ​ການ​ຂັດ​ແຍ້​ງ - ảnh 1ໝູ່ເກາະທີ່ເກີດການຂັດແຍ້ງຢູ່ທະເລຕາເວັນອອກ  ເຊິ່ງປັດຈຸບັນ ຍີ່ປຸ່ນ ພວມຄວບຄຸມ ແລະ ເອີ້ນວ່າ Senkaku ໃນຂະນະທີ່ ຈີນເອີ້ນວ່າ ແຕວອຸ໊ຍ (ພາບ: TTXVN)

        ວັນທີ 8 ພຶດສະພາ, ກໍ່າປັ່ນຕໍາຫຼວດຂອງຈີນ ໄດ້ເຂົ້າໃກ້ ແລະ ແລະ ຂັບໄລ່ກໍ່າປັ່ນຫາປາລໍາໜຶ່ງຂອງ ຍີ່ປຸ່ນ ຢູ່ເຂດທະເລອ້ອມແອ້ມໝູ່ເກາະທີ່ເກີດການຂັດແຍ້ງຢູ່ທະເລຕາເວັນອອກ  ເຊິ່ງປັດຈຸບັນ ຍີ່ປຸ່ນ ພວມຄວບຄຸມ ແລະ ເອີ້ນວ່າ Senkaku ໃນຂະນະທີ່ ຈີນເອີ້ນວ່າ ແຕວອຸ໊ຍ.

        ກໍາລັງປ້ອງກັນຝັ່ງທະເລ ຍີ່ປຸ່ນ ໄດ້ຮຽກຮ້ອງໃຫ້ບັນດາກໍ່າປັ່ນ ຈີນ ຖອຍອອກຈາກເຂດທະເລດັ່ງກ່າວ, ພ້ອມທັງໄດ້ຜັນຂະຫຍາຍ ກໍ່າປັ່ນລໍາໜຶ່ງມາປົກປ້ອງກໍ່າປັ່ນຫາປາ. ໂຊກດີ ເມືອລູກເຮືອ 3 ຄົນ ຢູ່ກໍ່າປັ່ນຫາປາລໍາດັ່ງກ່າວ ບໍ່ມີໃຜໄດ້ຮັບບາດເຈັບ. ນີ້ກໍແມ່ນຄັ້ງທໍາອິດ ທີ່ກໍ່າປັ່ນ ຂອງຈີນ ແລ່ນເຂົ້າເຂດທະເລ ຢູ່ໃກ້ໝູ່ເກາະ Senkaku/ ແຕວອຸ໊ຍ ນັບແຕ່ວັນທີ 17 ເມສາຜ່ານມາ./.

ຕອບກັບ

ຂ່າວ/ບົດ​ອື່ນ