ກາລະໂອກາດສ້າງບາດກ້າວບຸກທະລຸໃນການເຈລະຈາບັນຫາBrexitໃນອາທິດຫນ້າ

(VOVWORLD) -ວັນທີ 12 ຕຸລາ, ທ່ານ Guenther Oettinger ຂ້າຫລວງໃຫຍ່ສະຫະພາບເອີລົບກ່ຽວກັບງົບປະມານໃຫ້ຮູ້ວ່າ: 

ມີກາລະໂອກາດບັນລຸໄດ້ບາດກ້າວບຸກທະລຸໃນການເຈລະຈາກ່ຽວກັບເລື່ອງ ອັງກິດ ຖອນຕົວອອກຈາກ ສະຫະພາບເອີລົບ (ອີຢູ) ໃນອາທິດຈະມາເຖິງ ເມື່ອບັນດາການນຳມາຈາກ 27 ປະເທດ ອີຢູ ມີການພົບປະກັບທ່ານນາງນາຍົກລັດຖະມົນຕີ ອັງກິດ  Theresa May. ກ່າວຄຳເຫັນທີ່ການພົບປະກັບທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ ໃນວັນທີ 12 ຕຸລາ, ທ່ານນາຍົກລັດຖະມົນຕີ ສະໂລເວນີ Marjan Sarec ກໍ່ສະແດງຄວາມປາດຖະຫນາວ່າ ຈະມີບັນດາໝາກຜົນຕັ້ງຫນ້າກ່ຽວກັບບັນຫາ Brexit ທີ່ກອງປະຊຸມສຸດຍອດ ອີຢູ ໃນວັນທີ 17 ຕຸລາ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ