ກ່ຳປັ່ນກອງທັບເຮືອປະຊາຊົນ ຫວຽດນາມ ຢ້ຽມຢາມມິດຕະພາບ ກຳປູເຈຍ

(VOVWORLD) -ແຕ່ວັນທີ 25 – 28 ເມສາ, ກ່ຳປັ່ນເຮືອໃບ ເລກຸ້ຍໂດນ (HQ-286) ຂອງກອງທັບເຮືອປະຊາຊົນ ຫວຽດນາມ ໄດ້ເຂົ້າທຽບທ່າກ່ຳປັ່ນ Sihanoukville ຂ້າງຝັ່ງອ່າວໄທ, ທາງທິດຕາເວັນຕົກສ່ຽງໃຕ້ກຳປູເຈຍ, ເລີ່ມຕົ້ນການຢ້ຽມຢາມກຳປູເຈຍ ຢ່າງເປັນທາງການເປັນເວລາ 4 ວັນ.
ກ່ຳປັ່ນກອງທັບເຮືອປະຊາຊົນ ຫວຽດນາມ ຢ້ຽມຢາມມິດຕະພາບ ກຳປູເຈຍ - ảnh 1ກ່ຳປັ່ນກອງທັບເຮືອປະຊາຊົນ ຫວຽດນາມ ຢ້ຽມຢາມມິດຕະພາບ ກຳປູເຈຍ 

ເມື່ອແລກປ່ຽນກັບນັກຂ່າວສຳນັກຂ່າວສານ ຫວຽດນາມ, ທ່ານພັນເອກພິເສດ ຫງວຽນດຶກນາມ, ຮອງຜູ້ອຳນວຍການວິທະຍາຄານກອງທັບເຮືອ, ຫົວໜ້າຄະນະປະຕິບັດງານໃຫ້ຮູ້ວ່າ: ນີ້ແມ່ນຄັ້ງທີ 2 ທີ່ກອງທັບເຮືອປະຊາຊົນ ຫວຽດນາມ ໄດ້ນຳກ່ຳປັ່ນເຮືອໃບໄປຢ້ຽມຢາມມິດຕະພາບກຳປູເຈຍ. ຄວາມໝາຍອັນໃຫຍ່ຫລວງຂອງການຢ້ຽມຢາມນີ້ ແມ່ນເພີ່ມທະວີ, ຮັດແໜ້ນ ການພົວພັນທີ່ເປັນມູນເຊື້ອອັນດີງາມ, ຄວາມສາມັກຄີ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນກ່ວາອີກ ລະຫວ່າງກອງທັບປະຊາຊົນ ຫວຽດນາມ - ກອງທັບລາຊະອານາຈັກກຳປູເຈຍ ເວົ້າລວມ ແລະ ລະຫວ່າງກອງທັບເຮືອປະຊາຊົນ ຫວຽດນາມ - ກອງທັບເຮືອລາຊະອານາຈັກກຳປູເຈຍ ເວົ້າສະເພາະ. ການຢ້ຽມຢາມກໍ່ແມ່ນໂອກາດ ເພື່ອໃຫ້ບັນດາສຳມະນາກອນທະຫານໄດ້ເຂົ້າຮ່ວມພຶດຕິກຳຕົວຈິງໃນການເດີນເຮືອເປັນເວລາຫລາຍວັນ; ແມ່ນໂອກາດເພື່ອນຳໃຊ້ທິດສະດີ ແລະ ຄວາມຮູ້ທີ່ໄດ້ຮຽນມາເຂົ້າໃນການປະຕິບັດໜ້າທີ່ບົນທະເລ.

ຕອບກັບ

ຂ່າວ/ບົດ​ອື່ນ