ກ່ຳປັ່ນປົກປ້ອງຂອງກອງທັບເຮືອບັງກະລາເທດຢ້ຽມຢາມສັນທະວະໄມຕີນະຄອນໂຮ່ຈິມິນ

(VOVWORLD) -ໃນໄລຍະຢູ່ຢ້ຽມຢາມ, ຄະນະຜູ້ບັນຊາກ່ຳປັ່ນ ຈະເຂົ້າຢ້ຽມຄ່ຳນັບການນຳນະຄອນໂຮ່ຈິມິນ, ກອງບັນຊາການທະຫານທະເລເຂດ 2.

ກ່ຳປັ່ນປົກປ້ອງຂອງກອງທັບເຮືອບັງກະລາເທດຢ້ຽມຢາມສັນທະວະໄມຕີນະຄອນໂຮ່ຈິມິນ - ảnh 1 ກ່ຳປັ່ນປົກປ້ອງຂອງກອງທັບເຮືອບັງກະລາເທດຢ້ຽມຢາມສັນທະວະໄມຕີນະຄອນໂຮ່ຈິມິນ

(ພາບ: TTXVN)

ຕອນເຊົ້າວັນທີ 08 ເມສາ, ກ່ຳປັ່ນປົກປ້ອງ BNS PROTTOY ຂຶ້ນກັບເຫຼົ່າທັບເຮືອບັງກະລາເທດ, ໂດຍພັນເອກ Mohammad Mehedi Hassan ແມ່ນກັບຕັນ, ໄດ້ເຂົ້າທຽບທ່າ ຕຽນຊາ, ເລີ່ມຕົ້ນການຢ້ຽມຢາມສັນທະວະໄມຕີນະຄອນໂຮ່ຈິມິນ ໃນລະຫວ່າງວັນທີ 08 – 11 ເມສາ, ເພື່ອແນໃສ່ປະກອບສ່ວນເພີ່ມທະວີການພົວພັນຮ່ວມມື, ຄວາມເຂົ້າໃຈເຊິ່ງກັນແລະກັນລະຫວ່າງກອງທັບ 2 ປະເທດ.

        ໃນໄລຍະຢູ່ຢ້ຽມຢາມ, ຄະນະຜູ້ບັນຊາກ່ຳປັ່ນ ຈະເຂົ້າຢ້ຽມຄຳນັບການນຳນະຄອນໂຮ່ຈິມິນ, ກອງບັນຊາການທະຫານທະເລເຂດ 2. 2 ຝ່າຍຈະດຳເນີນການແລກປ່ຽນບົດຮຽນກ່ຽວກັບບາງຂົງເຂດເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ລູກເຮືອກໍ່ຈະເຂົ້າຮ່ວມບັນດາການເຄື່ອນໄຫວກິລາ, ຢ້ຽມຢາມເຂດປູຊະນີຍະສະຖານປະຫວັດສາດ, ທິວທັດທຳມະຊາດບາງແຫ່ງຢູ່ນະຄອນໂຮ່ຈິມິນ.

ຕອບກັບ

ຂ່າວ/ບົດ​ອື່ນ