ກຳ່ປັ່ນປ້ອງກັນຝັ່ງທະເລສເກົາຫຼີຢ້ຽມຢາມດ່ານັ້ງ
ກຳ່ປັ່ນປ້ອງກັນຝັ່ງທະເລສເກົາຫຼີຢ້ຽມຢາມດ່ານັ້ງ
(vovworld) - ໃນລະຫວ່າງວັນທີ 3-6/5, ກຳ່ປັ່ນເຝິກອົບຮົມ BADARO (311HAM) ຂອງກຳລັງປ່ອງກັນຝັ່ງທະເລ ສເກົາຫຼີ ພ້ອມກັບນາຍທະຫານ, ທະຫານເຮືອ 170 ຄົນ, ໄດ້ມາຢ້ຽມຢາມສັນທະວະໄມຕີນະຄອນ ດ່ານັ້ງ. ບັນດາ າຍທະຫານ, ທະຫານເຮືອຂອງກຳ່ປັ່ນດັ່ງກ່າວໄດ້ເຂົ້າຢ້ຽມຄຳນັບການນຳຄະນະກຳມະການປະຊາຊົນນະຄອນ, ພົບປະແລກປ່ຽນກັບສິລະປະ, ກິລາກັບບັນດານາຍທະຫານກອງບັນຊາການເຂຕຳຫຼວດທະເລ 2 ຢູ່ເມືອງ ນູ໋ຍແທ່ງ, ແຂວງ ກວາງນາມ. ໃນຂອບເຂດການຢ້ຽມຢາມ, , ກຳລັງກອງທັບສອງຝ່າຍຈະມີການແລກປ່ຽນບົດຮຽນກ່ຽວກັບວຽກງານເຟິກອົບຮົມບົນທະເລ, ຕ້ານປຸ້ນສະດົມທາງທະເລ ແລະ ຮັກສາສະພາບແວດລ້ອມທະເລ. ການຢ້ຽມຢາມໄດ້ປະກອບສ່ວນເພີ່ມທະວີການຮ່ວມມື, ຄວາມເຂົ້າອົກເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນລະຫວ່າງກຳລັງກອງທັບຂອງສອງປະເທດ.