ກຳປູເຈຍ: CNRP ຍົກອອກບັນດາເງື່ອນໄຂເພື່ອຢຸດຕິການພິດພາດດ້ານການເມືອງ

ກຳປູເຈຍ: CNRP ຍົກອອກບັນດາເງື່ອນໄຂເພື່ອຢຸດຕິການພິດພາດດ້ານການເມືອງ - ảnh 1
ກຳລັງຕຳຫຼວດໄດ້ຜັນຂະຫຍາຍເພື່ອສະກັດກັ້ນສະພາບການໃຊ້ຄວາມຮຸນແຮງ

(vovworld) - ຕອນ​ເຊົ້າ​ວັນ​ທີ 16/9, ທ່ານ​ນາຍົກລັດຖະມົນຕີ ກຳປູ​ເຈຍ Hunsen, ຮອງ​ປະທານ​ພັກ​ປະຊາຊົນ​ກຳປູ​ເຈຍ (CPP) ​ແລະ ປະທານ​ພັກ​ກູ້​ຊາດ​ຝ່າຍ​ຄ້ານ​ກຳປູ​ເຈຍ (CNRP) Sam Rainsy ມີ​ການ​ພົບ​ປະ​ຄັ້ງ​ທີ 2​ ​ເພື່ອ​ແກ້​ໄຂ​ບັນດາ​ຄວາມ​ບໍ່​ລົງ​ລອຍ​ກັນ​ພາຍຫຼັງ​ການ​ເລືອກ​ຕັ້ງ​ສະພ​າ​ແຫ່ງ​ຊາດ ກຳປູ​ເຈຍ ​ຊຸດ​ທີ 5. ການ​ພົບ​ປະ​ຄັ້ງ​ນີ້​ຖືກ​ດຳ​ເນີນ​ໄປ​ໃນ​ສະພາບ​​ເກີດ​ການ​ປະ​ທະ​ກັນ​ລະຫວ່າງ​ກຳລັງ​ຕຳຫຼວດ ກັບ​ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ສະໜັບສະໜູນພັກ CNRP ​ໃນ​ວັນ​ທີ 15/9 ​ເຮັດ​​ໃຫ້ 1 ຄົນ​ເສຍ​ຊີວິດ ​ແລະ ປະມານ 10 ຄົນ​ຖືກ​ຮັບ​ບາດ​ເຈັບ.

    ກ່ອນ​ການ​ພົບ​ປະລະ​ຫວ່າງ​ບັນດາ​ການ​ນຳ CNRP ​ແລະ CPP, ຝ່າຍ​ຄ້ານ​ໄດ້​ຍົກ​ອອກ​ບັນດາ​ເງື່ອນ​ໄຂ​ໃໝ່​ເພື່ອ​ຢຸດຕິ​ການ​ພິ​ພາດ​ດ້ານ​ການ​ເມືອງ​ພາຍຫຼັງ​ການ​ເລືອກ​ຕັ້ງ, ​ໃນ​ນັ້ນ​ມີ​ການ​ຮຽກ​ຮ້ອງ​ສ້າງ​ຕັ້ງ​ໂທລະພາບ​ຂອງ​ຝ່າຍ​ຄ້ານ, ປະຕິ​ຮູບ​ຄະນະ​ກຳມະການ​​ເລືອກ​ຕັ້ງ​ແຫ່ງ​ຊາດ (NEC) ​ແລະ ລະບົບ​ຈົດ​ທະບຽນ​ຜູ້​ມີ​ສິດ​ເລືອ​ກຕັ້ງ. ທ່ານ Sam Rainsy ​ໄດ້​ຖະ​ແຫຼ​ງຫຼັກ​ໝັ້ນ​ຂອງ CNRP ບໍ່​ປ່ຽນ​ແປງ, ​ຕາມ​ນັ້ນ​ແລ້ວ, ຮຽກ​ຮ້ອງ​ສ້າງ​ຕັ້ງ​ຄະນະ​ກຳມະການ​ພິ​ເສດ​ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ສະຫະ​ປະຊາ​ຊາດ​ເພື່ອ​ສືບສວນ​ບັນດາ​ຄຳ​ກ່າວ​ຫາ​ຂອງ CNRP ກ່ຽວ​ກັບ​ການ​ສໍ້​ໂກງ​ໃນ​ການ​ເລືອກຕັ້ງ​ຢູ່​ປະ​ເທດ​ນີ້.

    ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ພັກ CPP ​ແລະ ພັກ CNRP ຕົກລົງ​ຈະ​ປະຕິບັດ​ຕາມພະ​ລາຊະ​ດຳລັດ​ຂອງ​ພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະຫາ​ຊີວິດ Norodom Sihamoni ບໍ່​ປະ​ໃຫ້ການ​ໃຊ້​ຄວາມ​ຮຸ​ນ​ແຮງ​ເກີດ​ຂຶ້ນ, ສ້າງ​ຕັ້ງ​ຄະນະ​ກຳມະການ​ຮ່ວມ​​ເພື່ອ​ປະຕິຮູບ​ວຽກ​ງານ​ເລືອກຕັ້ງ​​ໃນ​ອະນາຄົດ ​ແລະ ​ເຫັນ​ດີ​ສືບ​ຕໍ່​ພົບ​ປະ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ​ຂອງ​ປະ​ເທດ​ຊາດ​ພາ​ຍຫຼັງ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ ຊຸດ​ທີ 5. ຂໍ້​ຕົກລົງ​ດັ່ງກ່າວ​ຂອງ 2 ພັກ​ບັນລຸ​ໄດ້​ພາຍຫຼັງ​ກອງ​ປະຊຸມ​ລັບ​ຢູ່​ສຳ​ນັກ​ງານ​ສະພາ​ແຫ່ງ​ຊາດ​ລະ​ຫວ່າງ​ຄະນະ​ຜູ້​ແທນ​ຂັ້ນ​ສູງພັກ CPP ​ໂດຍ​ທ່ານ​ນາຍົກລັດຖະມົນຕີ, ທັງ​ເປັນ​ຮອງ​ປະທານ​ພັກ Hunsen ນຳ​ໜ້າ ​ແລະ ຄະນະ​ຜູ້​ແທນ​ພັກ CNRP ​ໂດຍ​ປະທານ Sam Rainsy ນຳ​ໜ້າ.

ຂ່າວ/ບົດ​ອື່ນ