ກຳ​ປູ​ເຈຍ ນາບ​ຂູ່​ຢຸດ​ຕິ​ການ​ນຳ​ເຂົ້າ​ນ້ຳ​ມັນ​ຈາກ ໄທ

(VOVWORLD) - ທ່ານປະທານສະພາສູງ/ປະທານພັກ ປຊຊ ກຳປູເຈຍ ກຳອຳນາດ Hun Sen ໄດ້ກ່າວເຕືອນຄວາມອາດສາມາດນຳໃຊ້ຫຼາຍມາດຕະການໂຕ້ຕອບທີ່ແຂງກະດ້າງທີ່ມີຕໍ່ ໄທ...
ກຳ​ປູ​ເຈຍ ນາບ​ຂູ່​ຢຸດ​ຕິ​ການ​ນຳ​ເຂົ້າ​ນ້ຳ​ມັນ​ຈາກ ໄທ - ảnh 1

ທ່ານປະທານສະພາສູງ ກຳປູເຈຍ Hun Sen (ພາບ: face book Hun sen)

   ຄວາມເຄັ່ງຕຶງໃນການພົວພັນລະຫວ່າງ ກຳປູເຈຍ-ໄທ ພາຍຫຼັງການປະທະກັນຢູ່ເຂດຊາຍແດນ ຍັງບໍ່ທັນມີສັນຍານຫລຸດລົງ. ຕອນຄ່ຳວັນທີ 20 ມິຖຸນາ, ທ່ານປະທານສະພາສູງ/ປະທານພັກ ປຊຊ ກຳປູເຈຍ ກຳອຳນາດ Hun Sen ໄດ້ກ່າວເຕືອນຄວາມອາດສາມາດນຳໃຊ້ຫຼາຍມາດຕະການໂຕ້ຕອບທີ່ແຂງກະດ້າງທີ່ມີຕໍ່ ໄທ, ລວມມີການຢຸດຕິການນຳເຂົ້ານ້ຳມັນຈາກປະເທດບ້ານໃກ້ເຮືອນຄຽງ.

  ຄຳຖະແຫຼງນີ້ໄດ້ເອົາລົງບັນດາບັນຊີເຄືອຄ່າຍອິນເຕີແນັດສ່ວນຕົວ ໃນຕອນຄ່ຳວັນທີ 20 ມິຖຸນາ, ທ່ານປະທານສະພາສູງ ໄດ້ຕຳນິ້ນິຕຽນຂໍ້ສະເໜີຂອງກຸ່ມຝ່າຍຄ້ານ ໄທ ຮຽກຮ້ອງລັດຖະບານຢຸດຕິການສົ່ງອອກນ້ຳມັນໄປ ກຳປູເຈຍ. ທ່ານຖືວ່າການກະທຳນີ້ ຈະເຮັດໃຫ້ເສຍຫາຍດ້ານເສດຖະກິດທີ່ໃຫ່ຍຫຼວງໃຫ້ແກ່ ໄທ, ໂດຍສະເພາະແມ່ນກຸ່ມບໍລະສັດພະລັງງານແຫ່ງລັດ PTT.

ຕອບກັບ

ຂ່າວ/ບົດ​ອື່ນ