ກຳປູເຈຍ ເພີ່ມທະວີການປ້ອງກັນ ຄວາມສະຫງົບຕໍ່ໜ້າການເລືອກຕັ້ງ

ກຳປູເຈຍ ເພີ່ມທະວີການປ້ອງກັນ ຄວາມສະຫງົບຕໍ່ໜ້າການເລືອກຕັ້ງ - ảnh 1
(ພາບ: thecambodiaherald.com)

(vovworld) - ວັນ​ທີ 26/06, ​ໂຄສົກ​ຂອງ​ກຳລັງຕຳຫຼວດ​ແຫ່ງ​ຊາດ ກຳປູ​ເຈຍ, ທ່ານພົນ​ຕີ Kirt Chantharith ​ໃຫ້​ຮູ້​ວ່າ ບັນດາ​ກຳລັງ​ປ້ອ​ງກັນ​ຄວາມ​ສະຫງົບ​ຂອງ​ປະ​ເທດ​ນີ້ ​ໄດ້​ກຽມພ້ອມ​ເພື່ອ​ຜັນ​ຂະຫຍາຍ​​ເພື່ອ​ຮັບປະກັນຄວາມ​ປອດ​ໄພ​ໃນ​ຕະຫຼອດ​ເວລາ​ດຳ​ເນີນ​ບັ້ນ​ຂົນຂວາຍ​ຫາ​ສຽງ​ເລືອກ​ຕັ້ງ​ເຂົ້າ​ສະພາ​ແຫ່ງ​ຊາດ​ອາ​ຍຸ​ການທີ 5, ຊຶ່ງຄາດ​ວ່າ​ຈະ​ດຳ​ເນີນ​ໃນ​ວັນ​ທີ 28/07. ຕາມ​ທ່ານ Kirt Chantharith ​ແລ້ວ, ມີ​ພາລະ​ກອນ​ປ້ອງ​ກັນ​ຄວາມ​ສະຫງົບ 20.000 ຄົນ ຈະ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ໃນ​ຕະຫຼອດ 1 ​ເດືອນ​ທີ່​ດຳ​ເນີນ​ບັ້ນ​ຂົນຂວາຍ​ຫາ​ສຽງ​ເລືອກ​ຕັ້ງ ​ແລະ ​ໃນ​ວັນ​ເລືອກ​ຕັ້ງ ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ບັນດາ​ພັກ​ການ​ເມືອງ ​ແລະ ຜູ້​ມີ​ສິດ​ເລືອກ​ຕັ້ງ. ຕາມ​ຄະນະ​ກຳມະການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ກຳປູ​ເຈຍ ​ແລ້ວ, ມີ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເກືອບ 9,7 ລ້ານ​ຄົນ ຈະ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ ​​ເພື່ອ​ເລືອກ​ເອົາ 123 ທີ່​ນັ່ງ​ໃນ​ສະພາ​ແຫ່ງ​ຊາດ. ​ໃນ​ການ​ຫາ​ສຽງເລືອກ​ຕັ້ງ​ຄັ້ງ​ນີ້​ມີ​ 8 ພັກ​ການ​ເມືອງ​ກຳປູ​ເຈຍ ຈະເຂົ້າ​ຮ່ວມ.

ຂ່າວ/ບົດ​ອື່ນ