ກຳປູເຈຍສືບຕໍ່ແກ້ໄຂຄຳຮ້ອງທຸກກ່ຽວກັບການເລືອກຕັ້ງ

ກຳປູເຈຍສືບຕໍ່ແກ້ໄຂຄຳຮ້ອງທຸກກ່ຽວກັບການເລືອກຕັ້ງ - ảnh 1
     ພັກ​ການ​ເມືອງ​ຝ່າຍຄ້ານບໍ່​ເຫັນ​ດີ​ຕໍ່​ຂໍ້​ຕົກລົງ​ຂອງ NEC
ພາບ:internet


(vovworld)-ນັບ​ແຕ່​ວັນ​ທີ 17-19/8, ສະພາ​ລັດຖະທຳ​ມະນູນ ກຳ​ປູ​ເຈຍ ສືບ​ຕໍ່​ຮັບ​ຄຳ​ຮ້ອງທຸກ​ຂອງ​ບັນດາ​ພັກ​ການ​ເມືອງ​ບໍ່​ເຫັນ​ດີ​ຕໍ່​ຂໍ້​ຕົກລົງ​ຂອງ​ຄະນະ​ກຳມະການ​ເລື​ອກຕັ້ງ​ແຫ່ງ​ຊາດ ກຳປູ​ເຈຍ (NEC) ໃນການແກ້ໄຂຄຳຮ້ອງທຸກກ່ຽວກັບການເລືອກ ຕັ້ງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 5 ຊື່​ງຈັດ​ຂຶ້ນ​ໃນ​ວັນ​ທີ 28/7 ຜ່ານ​ມາ. ກ່ອນ​ຫນ້າ​ນັ້ນ ວັນ​ທີ 16/8, NEC ​ໄດ້​ອອກ​ຂໍ້​ຕົກລົງ​ປະຕິ​ເສດ​ບັນດາ​ຄຳ​ຮອ້ງທຸກ​ຂອງ​ພັກ​ກູ້​ຊາດ ຝ່າຍ​ຄ້ານ ຍ້ອນ​ບັນດາ​ຄຳ​ຮ້ອງທຸກ​ດັ່ງກ່າວ​ແມ່ນ​ໄຮ້​ເຫດຜົນ ​ແລະ ບໍ່​ເຮັດ​ໃຫ້​ໝາກຜົນ​ການ​ເລືອກ​ຕັ້ງ​ປ່ຽນ​ແປງ​ໄດ້. ຄາດ​ວ່າ ໝາກຜົນ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ ກຳປູ​ເຈຍ ຈະ​ໄດ້​ຮັບ​ການ​ປະກາດ​ໃນ​ວັນ​ທີ 8/9 ພາຍຫລັງ​ສະພາ​ລັດຖະທຳ​ມະນູນ​ກຳປູ​ເຈຍ ​ແກ້​ໄຂ​ບັນດາ​ຄຳ​ຮ້ອງທຸກ​ດັ່ງກ່າວ​ຂອງ​ພັກ​ຝ່າຍ​ຄ້ານ.

ຂ່າວ/ບົດ​ອື່ນ