ກຳລັງພິເສດອາເມລິກາ ດັບສູນຫົວໜ້າ IS ຫຼາຍຄົນ

ກຳລັງພິເສດອາເມລິກາ ດັບສູນຫົວໜ້າ IS ຫຼາຍຄົນ - ảnh 1
ກຳລັງພິເສດອາເມລິກາ ດັບສູນຫົວໜ້າ IS ຫຼາຍຄົນ
(ພາບປະກອບ: AFP/THX)


​(vovworld) – ວັນ​ທີ 17/05, ອົງການ​ຕິດຕາມ​ສິດ​ທິມະນຸດ​ຊີຣີ (SOHR) ​ໃຫ້​ຮູ້​ວ່າ, ​ໃນ​ການ​ບຸກ​ໂຈມ​ຕີຂັບ​ໄລ່​ຢູ່​ແຂວງ Deir al Zour, ທາງ​ທິດຕາ​ເວັນ​ອອກ​ຊີຣີ, ກຳລັງພິ​ເສດ​ອາ​ເມ​ລິ​ກາ ​ໄດ້ດັບ​ສູນ​ມື​ປືນ​ຂອງ​ກຸ່ມ​ລັດອິດສະ​ລາມ (IS) ​ອ້າງຊື່​ເອງ 35 ຄົນ, ​ໃນ​ນັ້ນ​ມີ​ຫົວໜ້າ 4 ຄົນ. ຕາມ​ທ່ານ Rami Abdel Rahman ຫົວໜ້າ SOHR ​ແລ້ວ, ​ໃນ​ຈຳນວນ​ຫົວໜ້າ​ກຸ່ມ IS 4 ຄົນ​ຖືກ​ດັບ​ສູນ​ມີ Abu Sayyaf, ຜູ້​ຮັບຜິດຊອບ​ບັນ​ຫາ​ນ້ຳມັນ​ຂອງ IS, ​ເປົ້າ​ໝາຍ​ໜຶ່ງ​ໄດ້​ຮັບ​ຖື​ວ່າ “ລັດຖະມົນຕີ​ຊ່ວຍ​ວ່າການ​ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ IS” ​ແລະ ຜູ້​ໜຶ່ງ​ຮັບຜິດຊອບ​ດ້ານ​ສື່ສານ​ຊາວຊີ​ຣີ. ຕາມ​ທ່ານ Rahman, 3 ​ໃນ​ຈຳນວນ 4 ​ເປົ້າ​ໝາຍ​ດັ່ງກ່າວ​ແມ່ນ​ຊາວ​ອາ​ຟະ​ລິ​ກາ​ເໜືອ.

ຂ່າວ/ບົດ​ອື່ນ