ກຽມຈັດຕັ້ງລາຍການ “ກຽດສັກສີ ຫວຽດນາມ - ຂີດໝາຍບັນດາກິດຈະກຳ”

(VOVWORLD) - ະຫະພັນໃຫຍ່ແຮງງານ ຫວຽດນາມ ໄດ້ຈັດຕັ້ງການປະຊຸມຂ່າວແນະນຳລາຍການ “ກຽດສັກສີ ຫວຽດນາມ - ຂີດໝາຍບັນດາກິດຈະກຳ”

ຕອນບ່າຍວັນທີ 24 ກໍລະກົດ, ຢູ່ຮ່າໂນ້ຍ, ສະຫະພັນໃຫຍ່ແຮງງານ ຫວຽດນາມ ໄດ້ຈັດຕັ້ງການປະຊຸມຂ່າວແນະນຳລາຍການ “ກຽດສັກສີ ຫວຽດນາມ - ຂີດໝາຍບັນດາກິດຈະກຳ” ແລະ ລາຍການມອບລາງວັນ ຫງວຽນດຶກແກ໋ງ ຄັ້ງທີ 3 ປີ 2018. ລາຍການຈະຈັດຕັ້ງໃນວັນທີ 28 ກໍລະກົດ, ຢູ່ຮ່າໂນ້ຍ. ທ່ານ ມາຍດຶກຈີ໊ງ, ຮອງປະທານສະຫະພັນໃຫຍ່ແຮງງານ ຫວຽດນາມ ໃຫ້ຮູ້ວ່າ:

        “ໃນຄັ້ງນີ້, ພວກຂ້າພະເຈົ້າຕ້ອງເລືອກເຟັ້ນບັນດາກິດຈະກຳດີເດັ່ນທີ່ສຸດຂອງແຕ່ລະຂົງເຂດ, ຂະແໜງການ, ແຕ່ລະທ້ອງຖິ່ນ ແລະ ບັນດາກິດຈະກຳນີ້ໄດ້ນຳມາເຊິ່ງປະສິດທິຜົນອັນໃຫຍ່ຫຼວງໃນຊີວິດທາງດ້ານເສດຖະກິດ ສັງຄົມ, ເຊິ່ງພັກ, ລັດ ແລະ ປະຊາຊົນເຊີດຊູ. ພາຍຫຼັງວິວັດການຄິດໄລ່ຊັ່ງຊາໃນຫຼາຍດ້ານ, ພວກຂ້າພະເຈົ້າໄດ້ເລືອກເຟັ້ນເອົາ 8 ກິດຈະກຳ, ນີ້ແມ່ນບັນດາກິດຈະກຳດີເດັ່ນນັບແຕ່ເມື່ອປະເທດຊາດໄດ້ຮັບການປົດປ່ອຍມາຮອດປະຈຸບັນ.”

ຕອບກັບ

ຂ່າວ/ບົດ​ອື່ນ