(vovworld) - ໜັງສືພິມລາຍວັນ “Khmer Times”, ເຊິ່ງແມ່ນໜຶ່ງໃນຈຳນວນໜັງສືພິມລາຍວັນໃຫຍ່ 3 ສະບັບ ດ້ວຍພາສາອັງກິດ ຢູ່ກຳປູເຈຍ, ສະບັບອອກວັນທີ 15/06 ໄດ້ລົງພິມບົດຂຽນ, ພ້ອມກັບພາບຖ່າຍດ້ວຍຫົວຂໍ້ວ່າ “ຂີດໝາຍອັນໃຫຍ່ຫຼວງສຳລັບດ້ານການຄ້າ2ຝ່າຍກຳປູເຈຍແລະຫວຽດນາມ” ເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດກຳປູເຈຍ ຂອງທ່ານປະທານປະເທດ ເຈີນດ້າຍກວາງ ໃນລະຫວ່າງວັນທີ 14 – 16/06. ໜັງສືພິມລາຍວັນ “Khmer Times” ໄດ້ຄັດຄຳກ່າວປາໄສຂອງທ່ານ Leng Rithy, ສະມາຊິກສະຫະສະມາຄົມບັນດານັກລົງທຶນຫວຽດນາມ ເຂົ້າກຳປູເຈຍ, ຜູ້ຕາງໜ້າກຸ່ມບໍລິສັດຢາງພາລາຫວຽດນາມ (VRG) ຢູ່ກຳປູເຈຍ ຖືວ່າ, ການຢ້ຽມຢາມຂອງທ່ານປະທານປະເທດ ເຈີນດ້າຍກວາງ ຈະປັບປຸງຄວາມໄວ້ເນື້ອເຊື່ອໃຈຕື່ມອີກ ແລະ ຄຳໝັ້ນສັນຍາຂອງບັນດານັກລົງທຶນ, ຜູ້ດຳເນີນທຸລະກິດຫວຽດນາມ ຢູ່ກຳປູເຈຍ ຢ່າງແຮງ, ຜ່ານນັ້ນ ໄດ້ຊ່ວຍໃຫ້ກະແສເງິນລົງທຶນຈາກຫວຽດນາມ ທີ່ລົງທຶນເຂົ້າກຳປູເຈຍ ເພີ່ມຂຶ້ນໃນຊຸມປີຈະມາເຖິງ. ໜັງສືພິມລາຍວັນ “Khmer Times” ກໍຄັດຄຳເວົ້າຂອງທ່ານ Davit Van, ຜູ້ອຳນວຍການບໍລິຫານ Bower Group Asia ປະຈຳກຳປູເຈຍ ຖືວ່າ, ທ່ານນາຍົກລັດຖະມົນຕີກຳປູເຈຍ Samdech Hun Sen ຕ້ອງມີຄວາມມານະພະຍາຍາມຊອກຫາການລົງທຶນໃນພາກພື້ນທີ່ຄ້າຍຄືກັນກັບຫວຽດນາມ. ໃນຂະນະນັ້ນ, ປະທານສະຖາບັນກຳປູເຈຍ ກ່ຽວກັບການຄົ້ນຄວ້າຍຸດທະສາດທ່ານ Cheang Vanarith ຖືວ່າ, ການຢ້ຽມຢາມຂອງປະທານປະເທດຫວຽດນາມ ໄດ້ຊີ້ໃຫ້ເຫັນນະໂຍບາຍການຕ່າງປະເທດຂອງກຳປູເຈຍ ແມ່ນໃຫ້ບຸລິມະສິດແກ່ການພົວພັນກັບບັນດາປະເທດຖານບ້ານໃກ້ເຮືອນຄຽງ.