ຂ່ຳນັບຮັບຕ້ອນວັນແມ່ຍິງສາກົນແລະການສະແດງຊຸດເສື້ອຍາວຢູ່ນະຄອນໂຮ່ຈິມິນ

(VOVWORLD) -ຕອນຄ່ຳວັນທີ 03 ມີນາ, ຢູ່ຖະໜົນຍ່າງ ງວຽນເຫ້ວ, ນະຄອນໂຮ່ຈິມິນ ໄດ້ຈັດລາຍການສະເຫຼີມສະຫຼອງ 1979 ປີແຫ່ງວັນລຸກຮື້ຂຶ້ນ ຮາຍບ່າຈຶງ, ຂ່ຳນັບຮັບຕ້ອນວັນແມ່ຍິງສາກົນ 08 ມີນາ.
ຂ່ຳນັບຮັບຕ້ອນວັນແມ່ຍິງສາກົນແລະການສະແດງຊຸດເສື້ອຍາວຢູ່ນະຄອນໂຮ່ຈິມິນ - ảnh 1 (ຄ່ຳຄືນຮອບຊິງຊະນະເລີດ, ມອບລາງວັນປະກວດ “ຄວາມງາມຂອງຊຸດເສື້ອຍາວ”)

ລາຍການນີ້ແມ່ນເພື່ອເວົ້າເຖິງຄວາມເອກອ້າງທະນົງໃຈກ່ຽວກັບຈິດໃຈຕໍ່ສູ້ຍາດເອົາສິດເອກະລາດ, ເສລີພາບ, ສິດໄດ້ດຳລົງຊີວິດ ແລະ ປະຕິບັດສິດທິມະນຸດ…

        ແລະຢູ່ທີ່ນີ້, ກໍ່ໄດ້ຈັດຄ່ຳຄືນຮອບຊິງຊະນະເລີດ, ມອບລາງວັນປະກວດ “ຄວາມງາມຂອງຊຸດເສື້ອຍາວ” ນະຄອນໂຮ່ຈິມິນ 2019. ງານປະກວດ ຄວາມງາມຂອງຊຸດເສື້ອຍາວ ໄດ້ດຶງດູດຄວາມສົນໃຈຂອງປະຊາຊົນ ແລະ ນັກທ່ອງທ່ຽວສາກົນເປັນຈຳນວນຫຼວງຫຼາຍ. ທ່ານນາງ ຫງວຽນທິຫງອັກບິ໊ກ, ປະທານສະຫະພັນແມ່ຍິງນະຄອນໂຮ່ຈິມິນ, ໃຫ້ຮູ້ວ່າ.

        “ເສື້ອຍາວແມ່ນໄດ້ແຜ່ລາມໃນການດຳລົງຊີວິດຂອງຊາວນະຄອນໂຮ່ຈິມິນ ແລະ ເຫດການວັນບຸນຊຸດເສື້ອຍາວໄດ້ສົ່ງສານທີ່ວ່າ “ຂ້າພະເຈົ້ານິຍົມຊຸດເສື້ອຍາວ”. ພວກຂ້າພະເຈົ້າມີຄວາມພາກພູມໃຈຍ້ອນການປະກວດບັນລຸໄດ້ເປົ້າໝາຍທີ່ເຊິ່ງຄະນະຈັດຕັ້ງໄດ້ວາງອອກ, ນັ້ນແມ່ນ: ເຊີດຊູຄວາມງາມແບບພື້ນເມືອງຂອງຊຸດເສື້ອຍາວປະຈຳຊາດ, ປະກອບສ່ວນເຂົ້າໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳພື້ນເມືອງຂອງຊາດ ແລະ ກາຍເປັນເຫດການວັດທະນະທຳທີ່ເປັນເອກະລັກສະເພາະຂອງນະຄອນ.”

ຕອບກັບ

ຂ່າວ/ບົດ​ອື່ນ