ຄວາມປະທັບໃຈຂອງຫວຽດນາມຢູ່ງານມະໂຫລານວັດທະນະທຳພື້ນເມືອງຂອງຊົນເຜົ່າຢູ່ສ.ເຊັກໂກ

ຄວາມປະທັບໃຈຂອງຫວຽດນາມຢູ່ງານມະໂຫລານວັດທະນະທຳພື້ນເມືອງຂອງຊົນເຜົ່າຢູ່ສ.ເຊັກໂກ - ảnh 1
(ຄວາມປະທັບໃຈຂອງຫວຽດນາມຢູ່ງານມະໂຫລານ
ວັດທະນະທຳພື້ນເມືອງຂອງຊົນເຜົ່າຢູ່ສ.ເຊັກໂກ)

(vovworld) - ງານ​ມະ​ໂຫລານ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ​​ຂອງຊົນ​ເຜົ່າ​​ຢູ່ສ.ເຊັກ​ໂກ ຖື​ກ​ດຳ​ເນີນ​ໃນ​ວັນ​ທີ 14/05, ຢູ່​ນະ​ຄອນ Lovosice, ສ.ເຊັກ​ໂກ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ປະ​ຊາ​ຄົມ​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ​ທີ່​ມາ​ຈາກ 6 ປະ​ເທດ, ໃນ​ນັ້ນ​ມີ​ຫວຽດ​ນາມ. ນີ້​ແມ່ນ​ຄັ້ງ​ທີ 3 ຫວຽດ​ນາມ ເຂົ້າ​ຮ່ວມ​ລາຍ​ການ​ເຊື່ອມ​ໂຍງວັດ​ທະ​ນະ​ທຳ​ຂອງ​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ເຂດ Usti nad Labem, ແຕ່ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ວັດ​ທະ​ນະ​ທຳ​ຫວຽດ​ນາມ ໄດ້​ຮັບ​ການ​ໂຄ​ສະ​ນາ​ເຖິງ​ຊາວ​ທ້ອງ​ຖິ່ນ ແລະ ບັນ​ດາ​ເຜົ່າ​ຊ່ວນ​ໜ້ອຍ​ຢູ່​ນະ​ຄອນ Lovosice, ສ.ເຊັກ​ໂກ. ເອື້ອຍ ດິງ​ຖູ​ຈາງ, ສະ​ມາ​ຊິກ​ຂອງ​ສະ​ໂມ​ຊອນ​ສິ​ລ​ະ​ປະ​ນະ​ຄອນ Teplice ໃຫ້​ຮູ້​ວ່າ.

        “ມື້ນີ້, ພວກ​ຂ້າ​ພະ​ເຈົ້າ​ໄດ້​ນຳ​ສຽງ​ເພງ​ຂອງ​ຕົນຕາງ​ໜ້າ​ໃຫ້​ຫວຽດ​ນາມ ເພື່ອ​ພົບ​ປະ​ແລກ​ປ່ຽນ​ກັບ​ບັນ​ດາ​ເຜົ່າ​ຊ່ວຍ​ໜ້ອຍ​ຢູ່​ນະ​ຄ​ອນ Lovosice. ດ້ວຍ​ບັນ​ດາ​ການ​ສະ​ແ​ດງ​ຮ້ອງ​ລຳ​ທຳ​ເພງ, ວາດ​ຟ້ອນ​ຂອງ​ທັງ​ພໍ່​ແມ່ ແລະ ລູກ​ຫຼານ​ລຸ່ນ​ທີ 2, ທີ 3 ຢູ່​ສ.ເຊັກ​ໂກ. ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ​ໃນ​ລາຍ​ການນີ້, ດ້ວຍ​ບັນ​ດາ​ບົດ​ເພງ, ວາດ​ຟ້ອນ​ແຫ່ງ​ບ້ານ​ເກີດ​ເມືອງນອນ​ຂອງ​ຕົນ, ຈະ​​ສ້າ​ງ​ຄ​ວາມ​ປະ​ທັບ​ໃຈ​ໃຫ້​ແກ່​ຜູ້​ຊົ​ມ​ຊາວ​ສ.ເຊັກ​ໂກ”

ຂ່າວ/ບົດ​ອື່ນ