ຄວາມ​ມາ​ນະ​ພະ​ຍາ​ຍາມ​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ ເພື່ອ​ຢຸດ​ຕິ “ສະ​ພາບ​ການ​​ບໍ່​ມີ​ຄວາມ​ຫວັງ” ຢູ່​ຊີ​ຣີ

(VOVWORLD) -ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ດັ້ງດິ່ງກຸ໊ຍເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ໄດ້ແບ່ງປັນທັດສະນະກັບສະມາຊິກສະພາຄວາມໝັ້ນຄົງ ສປຊ ກ່ຽວກັບຄວາມຈຳເປັນຕ້ອງຊຸກຍູ້ວິວັດການດ້ານການເມືອງໂດຍຊາວ ຊີຣີ ເປັນຜູ້ນຳພາ ແລະ ເປັນເຈົ້າຂອງ, ບົນພື້ນຖານມະຕິເລກທີ 2254 ເຊິ່ງ ສະພາຄວາມໝັ້ນຄົງ ສປຊ ໄດ້ເຫັນດີເຫັນພ້ອມຮັບຮອງເອົາເມື່ອປີ 2015.
ຄວາມ​ມາ​ນະ​ພະ​ຍາ​ຍາມ​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ ເພື່ອ​ຢຸດ​ຕິ “ສະ​ພາບ​ການ​​ບໍ່​ມີ​ຄວາມ​ຫວັງ” ຢູ່​ຊີ​ຣີ - ảnh 1ກອງປະຊຸມປະຈຳເດືອນ ກ່ຽວກັບວິວັດການທາງການເມືອງ ຢູ່ ຊີຣີ

ວັນທີ 15 ມີນາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມປະຈຳເດືອນ ກ່ຽວກັບວິວັດການທາງການເມືອງ ຢູ່ ຊີຣີ. ກອງປະຊຸມໄດ້ດຳເນີນໃນສະພາບການເກີດການປະທະກັນ ແລະ ວິກິດການຢູ່ ຊີຣີ ໄດ້ເກີດຂຶ້ນມາເປັນເວລາ 10 ປີ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ດັ້ງດິ່ງກຸ໊ຍເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ໄດ້ແບ່ງປັນທັດສະນະກັບສະມາຊິກສະພາຄວາມໝັ້ນຄົງ ສປຊ ກ່ຽວກັບຄວາມຈຳເປັນຕ້ອງຊຸກຍູ້ວິວັດການດ້ານການເມືອງໂດຍຊາວ ຊີຣີ ເປັນຜູ້ນຳພາ ແລະ ເປັນເຈົ້າຂອງ, ບົນພື້ນຖານມະຕິເລກທີ 2254 ເຊິ່ງ ສະພາຄວາມໝັ້ນຄົງ ສປຊ ໄດ້ເຫັນດີເຫັນພ້ອມຮັບຮອງເອົາເມື່ອປີ 2015. ເພື່ອຊຸກຍູ້ວິວັດການດ້ານການເມືອງຢູ່ ຊີຣີ, ຕ້ອງຊຸກຍູ້ການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ເພີ່ມທະວີການໂອ້ລົມສົນທະນາລະຫວ່າງບັນດາຝ່າຍ ຢູ່ ຊີຣີກໍ່ຄືໃນປະຊາຄົມສາກົນ. ຄຽງຄູ່ກັນນັ້ນ, ທ່ານເອກອັກຄະລັດຖະທູດ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍ ຈຶ່ງຈຳກັດບັນດາການກະທຳທີ່ອາດຈະເຮັດໃຫ້ສະພາບການເຄັ່ງຕຶງເພີ່ມຂຶ້ນ, ຮັກສາສະພາບການສະຖຽນລະພາບ ເພື່ອຮັບໃຊ້ໃຫ້ແກ່ບັນດາຄວາມມານະພະຍາຍາມເຈລະຈາ.

ຟ້າມຮວນ, ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ