English Vietnamese Chinese French German Indonesian Japanese Khmer Korean Laotian Russian Spanish Thai

23°C - 31°C

ຄວາມ​ສາ​ມາດ​ປະ​ກອບ​ພາ​ຫະ​ນະ​ຂອງກອງທະ​ຫານ​ຊ່າງ​ແສງເລກ 3 ຫວຽດ​ນາມ ໄດ້​ຮັບ​ການ​ຕີ​ຕາ​ລາ​ສູງ​ຈາກ ຄະ​ນະ​ຜູ້​ຕາງ​ໜ້າ ສ​ປ​ຊ

(VOVWORLD) -  “ພາຍຫຼັງການກວດກາ, ພວກຂ້າພະເຈົ້າເຫັນວ່າ ຫວຽດນາມ ແມ່ນກົມກອງທະຫານຊ່າງແສງໜຶ່ງດຽວຢູ່ຄະນະຮັກສາຄວາມໝັ້ນຄົງ ສປຊ ຢູ່ເຂດ Abyei  ຮັບປະກັນສະພາບການເຕັກນິກ, ຄວາມສາມາດເຄື່ອນໄຫວຂອງບັນດາປະເພດອຸປະກອນໄດ້ເປັນຢ່າງດີ, ເຊິ່ງສ່ອງແສງໄດ້ເຖິງຄຸນນະພາບ, ປະສິດທິຜົນປະຕິບັດໜ້າທີ່ຂອງກອງທະຫານຊ່າງແສງ ຫວຽດນາມ ໃນຄະນະ."
ຄວາມ​ສາ​ມາດ​ປະ​ກອບ​ພາ​ຫະ​ນະ​ຂອງກອງທະ​ຫານ​ຊ່າງ​ແສງເລກ 3 ຫວຽດ​ນາມ ໄດ້​ຮັບ​ການ​ຕີ​ຕາ​ລາ​ສູງ​ຈາກ ຄະ​ນະ​ຜູ້​ຕາງ​ໜ້າ ສ​ປ​ຊ - ảnh 1ຄະນະຮັກສາຄວາມໝັ້ນຄົງ ສປຊ ຢູ່ເຂດ Abyei  ລົງກວດກາ 

ວັນທີ 24 ມີນາ, ຄະນະປະຕິບັດງານກວດກາຄວາມສາມາດປະກອບພາຫະນະຂອງບັນດາປະເທດທີ່ສົ່ງກຳລັງເຂົ້າຮ່ວມຄະນະຮັກສາຄວາມໝັ້ນຄົງຊົ່ວຄາວ ສປຊ ຢູ່ເຂດ Abyei ໂດຍທ່ານ Raju Khadka, ຫົວໜ້າພະແນກຄຸ້ມຄອງການປະກອບພາຫະນະຂອງບັນດາປະເທດທີ່ມີກຳລັງເຂົ້າຮ່ວມ ໄດ້ເປັນຫົວໜ້າຄະນະ ໄດ້ດຳເນີນການກວດກາຄວາມສາມາດຮອບດ້ານສຳລັບກອງທະຫານຊ່າງແສງເລກ 3 ຂອງ ຫວຽດນາມ.

        ທີ່ການເຮັດວຽກ, ທ່ານ Raju Khadka ຕີລາຄາສູງວຽກງານຄຸ້ມຄອງຮັກສາ, ສ້ອມແປງບັນດາປະເພດພາຫະນະອຸປະກອນຂອງກອງທະຫານຊ່າງແສງ ຫວຽດນາມ, ພ້ອມທັງເນັ້ນໜັກວ່າ ບັນດາໜ້າທີ່ຂອງກົມກອງທະຫານຊ່າງແສງ ຫວຽດນາມ ພວມປະຕິບັດໃນປັດຈຸບັນຢູ່ຄະນະຮັກສາຄວາມໝັ້ນຄົງ ແມ່ນມີບົດບາດສຳຄັນ:

        “ພາຍຫຼັງການກວດກາ, ພວກຂ້າພະເຈົ້າເຫັນວ່າ ຫວຽດນາມ ແມ່ນກົມກອງທະຫານຊ່າງແສງໜຶ່ງດຽວຢູ່ຄະນະຮັກສາຄວາມໝັ້ນຄົງ ສປຊ ຢູ່ເຂດ Abyei  ຮັບປະກັນສະພາບການເຕັກນິກ, ຄວາມສາມາດເຄື່ອນໄຫວຂອງບັນດາປະເພດອຸປະກອນໄດ້ເປັນຢ່າງດີ, ເຊິ່ງສ່ອງແສງໄດ້ເຖິງຄຸນນະພາບ, ປະສິດທິຜົນປະຕິບັດໜ້າທີ່ຂອງກອງທະຫານຊ່າງແສງ ຫວຽດນາມ ໃນຄະນະ. ຍິ່ງໄປກວ່ານັ້ນ, ຜ່ານການໂອ້ລົມກັບນາຍທະຫານຜູ້ບັນຊາ, ພວກຂ້າພະເຈົ້າຈຶ່ງຮູ້ວ່າ  ຫວຽດນາມ ຍາມໃດກໍຮັກສາຄວາມພ້ອມເຄື່ອນໄຫວ.”

         

ຕອບກັບ

ຂ່າວ/ບົດ​ອື່ນ