(VOVWORLD) - ມະຕິເລກທີ 57 ໂດຍກົມການເມືອງປະກາດໃຊ້ໃນວັນທີ 22 ທັນວາ 2024 ກ່ຽວກັບການພັດທະນາບຸກທະລຸວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນແຫ່ງຊາດ ໄດ້ດຶງດູດຄວາມສົນໃຈເປັນຈຳນວນຫຼາຍຈາກບັນດານັກວິທະຍາສາດຢູ່ ອັງກິດ.
(ພາບປະກອບ: vista.gov.vn) |
ໃນກອງປະຊຸມສຳມະນາກ່ຽວກັບກ ກວນເຕິມ ແລະ ເຕັກໂນໂລຢີສຳເນົາດີຈີຕອນ ທີ່ຫາກໍ່ໄດ້ຮັບການຈັດຂຶ້ນຢູ່ມະຫາວິທະຍາໄລ Middlesex ຢູ່ ລອນດອນ, ບັນດານັກວິທະຍາສາດ ຫວຽດນາມ ແລະ ອັງກິດ ໄດ້ແບ່ງປັນບັນດາຂໍ້ສັງເກດທີ່ຕັ້ງໜ້າກ່ຽວກັບແນວທາງພັດທະນາວິທະຍາສາດເຕັກໂນໂລຢີຂອງ ຫວຽດນາມ.
ທ່ານປະລິນຍາເອກ ໂຕດຶກ, ຫົວໜ້າວິສະວະກອນສະຖາປັດຕະຍາກຳລະບົບ, ບໍລິສັດ Rakuten Symphony UK, ຖືວ່າ ມະຕິເລກທີ 57 ແມ່ນບາດກ້າວບຸກທະລຸ, ດ້ວຍຄຳໝັ້ນສັນຍາດຶງດູດ, ນຳໃຊ້ທຸກແຫຼ່ງກຳລັງລົງທຶນຮັບໃຊ້ການພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນແຫ່ງຊາດຢ່າງມີປະສິດທິຜົນ, ພິເສດແມ່ນກ່ຽວກັບບັນດາເປົ້າໝາຍ ແລະ ການກະທຳລະອຽດເພື່ອພັດທະນາເຕັກໂນໂລຢີ ແລະ ຫັນເປັນດີຈີຕອນ.
ທ່ານຮອງສາດສະດາຈານ, ປອ. ເຈິ່ນຢາແຄັງ, ສະຖາບັນເຕັກໂນໂລຢີ ໂຕກຽວ, ຍີ່ປຸ່ນ ໄດ້ຢັ້ງຢືນວ່າ ການລົງທຶນເຂົ້າຂົງເຂດວິທະຍາສາດ, ພິເສດແມ່ນການຫັນເປັນດີຈີຕອນ, ແມ່ນທິດກ້າວເດີນທີ່ຖືກຕ້ອງ. ທ່ານໃຫ້ຂໍ້ສັງເກດວ່າ ການຫັນເປັນດີຈີຕອນສົມທົບກັບປັນຍາປະດິດ (AI) ຈະແມ່ນກຳລັງໜູນໃຫຍ່ເພື່ອນຳພື້ນຖານເສດຖະກິດ ຫວຽດນາມ ພັດທະນາ.