ອີຢູ ຍົກອອກເງື່ອນໄຂຍົກເລີກຄຳສັ່ງລົງໂທດ ລັດເຊຍ

(VOVWORLD) - ເລື່ອງຖອນກຳລັງທະຫານ ລັດເຊຍ ທັງໝົດໂດຍບໍ່ມີເງື່ອນໄຂອອກຈາກຜືນແຜ່ນດິນ ຢູແກຼນ ຈະແມ່ນໜຶ່ງໃນບັນດາເງື່ອນໄຂຕັດສິນຊີ້ຂາດເພື່ອດັດປັບ ຫຼື ຍົກເລີກບັນດາມາດຕະການລົງໂທດ.
ອີຢູ ຍົກອອກເງື່ອນໄຂຍົກເລີກຄຳສັ່ງລົງໂທດ ລັດເຊຍ - ảnh 1
(ພາບປະກອບ: DW)

        ວັນທີ 26 ມີນາ, ຄະນະກຳມະການ ເອີລົບ (ອີຊີ) ຖະແຫຼງວ່າ ໜຶ່ງໃນບັນດາເງື່ອນໄຂຫຼັກແຫຼ່ງເພື່ອຍົກເລີກ ຫຼື ດັດປັບບັນດາມາດຕະການລົງໂທດ ລັດເຊຍ ແມ່ນ ມົດສະກູ ຕ້ອງຖອນກຳລັງທັງໝົດອອກຈາກ ຢູແກຼນ. ໃນຖະແຫຼງການ, ທ່ານນາງ Anitta Hipper, ໂຄສົກຂອງ ອີຊີ ກ່ຽວກັບນະໂຍບາຍຄວາມໝັ້ນຄົງ ແລະ ການຕ່າງປະເທດ ເນັ້ນໜັກວ່າ, ເລື່ອງຖອນກຳລັງທະຫານ ລັດເຊຍ ທັງໝົດໂດຍບໍ່ມີເງື່ອນໄຂອອກຈາກຜືນແຜ່ນດິນ ຢູແກຼນ ຈະແມ່ນໜຶ່ງໃນບັນດາເງື່ອນໄຂຕັດສິນຊີ້ຂາດເພື່ອດັດປັບ ຫຼື ຍົກເລີກບັນດາມາດຕະການລົງໂທດ.

        ກ່ອນໜ້ານັ້ນ, ອາເມລິກາ ບັນລຸໄດ້ບັນດາຂໍ້ຕົກລົງສະເພາະກັບ ຢູແກຼນ ແລະ ລັດເຊຍ ເພື່ອຢຸດຕິບັນດາການບຸກໂຈມຕີທາງທະເລ ແລະ ແນໃສ່ບັນດາເປົ້າໝາຍພະລັງງານໂດຍຊົ່ວຄາວ, ຕາມນັ້ນແລ້ວ, ວໍຊິງເຕັນ ເຫັນດີຊຸກຍູ້ການຍົກເລີກຄຳສັ່ງລົງໂທດຈຳນວນໜຶ່ງທີ່ຕ້ານ ລັດເຊຍ. ເຖິງຢ່າງໃດກໍ່ຕາມ, ອີຢູ ບໍ່ໄດ້ຮັບການເຊື້ອເຊີນເຂົ້າຮ່ວມບັນດາການເຈລະຈາ ລັດເຊຍ - ອາເມລິກາ ແລະ ຖະແຫຼງການຂອງ ອີຊີ ເບິ່ງຄືວ່າແມ່ນປະຕິກິລິຍາຕໍ່ໝາກຜົນການເຈລະຈາດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ