ຄວາມເຄັ່ງຕຶງປີນຂັ້ນໄດໃນແຫຼມເກົາຫຼີ

ຄວາມເຄັ່ງຕຶງປີນຂັ້ນໄດໃນແຫຼມເກົາຫຼີ - ảnh 1
ພາບປະກອບຈາກ AFP

(vovworld) – ກະຊວງ​ປ້ອງ​ກັນ​ປະ​ເທດ ສ ​ເກົາຫຼີ ​​ໃຫ້​ຮູ້​ເມື່ອ​ວັນ​ທີ 31/3 ວ່າ, ມີ​ລູກປືນ​ໃຫຍ່​ປະມານ 100 ລູກ ​ທີ່​ຍິງ​ຈາກ ສປປ ​ເກົາຫຼີ ​ໄດ້​ຕົກລົງ​ເຂດ​ທະ​ເລຂອງ ສ ​ເກົາຫຼີ ຢູ່ທິດ​ໃຕ້​​ຊາຍ​ແດນ​ທາງ​ນ້ຳ​ລະຫວ່າງ 2 ພາກ (NLL) ​ໃນ​ທະ​ເລ​ເຫຼືອງ. ກ່າວ​ຄຳ​ເຫັນ​ໃນ​ການ​ປະຊຸມ​ຂ່າວ​ດ່ວນ, ​ໂຄສົກ​ຂອງ​ກະຊວງ​ດັ່ງກ່າວ, ທ່ານ Kim Min – seok, ​ໃຫ້​ຮູ້​ວ່າ ສປປ ​ເກົາຫຼີ ​ໄດ້​ຍິງ​ລູກປືນ​ໃຫຍ່​ປະມານ 500 ລູກ​ໃນ​ການ​ຊ້ອມ​ຮົບ​​ວັນ​ທີ 31/3 ຢູ່​ເຂດ​ທະ​ເລ​ໃກ້​ກັບ​ເສັ້ນ NLL, ​ໃນ​ນັ້ນ​ມີ 100 ລູກ​ໄດ້​ຕົກລົງທະ​ເລ​ທິດ​ໃຕ້​ຂອງ​ເສັ້ນ NLL ​ຂຶ້ນ​ກັບເຂດ​ທະ​ເລ​ຂອງ ສ ​ເກົາຫຼີ. ທ່ານ Kim Min – seok ​ໃຫ້​ຮູ້​ວ່າ: ສ ​ເກົາຫຼີ ​ໄດ້​ໂຕ້​ຕອບ​ດ້ວຍ​ເລື່ອງ​ຍິງ​ລູກປືນ​​ໃຫຍ່​ກ່ວາ 300 ລູກ​ໃສ່​​ເຂດ​ທະ​ເລ​ທິດ​ເໜືອ​ຂອງ​ເສັ້ນ NLL.

    ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ຈີນ ​ໄດ້​ມີ​ຄວາມ​ວິຕົກ​ກັງວົນຕໍ່​ສະພາບ​ຄວາມ​ເຄັ່ງ​ຕຶງພວມ​ປີນ​ຂັ້ນ​ໄດ​ໃນ​ແຫຼມ ​ເກົາຫຼີ. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຈີນ ຫົ່ງ​ເລີຍ ຮຽກຮ້ອງ​​ໃຫ້​ບັນດາ​ຝ່າຍ​​ກ່ຽວຂ້ອງ​ຄວນ​ລະງັບ​ໃຈບໍ່​ໃຫ້​ເກີດ​ການ​ກະທຳ​ທຳລາຍ​ສັນ​ຕິ​ພາບ ​ແລະ ສະຖຽນ​ລະ​ພາບ​ໃນ​ແຫຼມ ​ເກົາຫຼີ.

 

 

ຂ່າວ/ບົດ​ອື່ນ