ຄວາມເຄັ່ງຕຶງເພີ່ມຂຶ້ນລະຫວ່າງ ອິນເດຍ ແລະ ປາກິດສະຖານພາຍຫຼັງເກີດເຫດກໍການຮ້າຍຢູ່ Kashmir
(VOVWORLD) - ວັນທີ 24 ເມສາ, ອິນເດຍ ແລະ ປາກິດສະຖານ ໄດ້ຍົກອອກບັນດາມາດຕະການໂຕ້ຕອບເຊິ່ງກັນແລະກັນ ທີ່ກ່ຽວຂ້ອງເຖິງເຫດກໍການຮ້າຍ ເຊິ່ງເຮັດໃຫ້ແຂກທ່ອງທ່ຽວ 26 ຄົນເສຍຊີວິດຢູ່ເທດສະບານ Pahalgam, ເຂດດິນແດນ ລັດ Jammu ແລະ Kashmir ຂອງອິນເດຍໃນວັນທີ 21 ເມສາ.
ກຳລັງປ້ອງກັນຄວາມສະຫງົບ ຢູ່ ເຂດ Srinagar ພາຍຫຼັງເຫດບຸກໂຈມຕີເລັງໃສ່ ແຂກທ່ອງທ່ຽວ
(ພາບ: ANI/TTXVN)
|
ໃນແຈ້ງການທີ່ອອກໃນວັນທີ 24 ເມສາ, ກະຊວງການຕ່າງປະເທດ ອິນເດຍ ໃຫ້ຮູ້ວ່າ ທຸກວິຊາທີ່ຖືກຕ້ອງກົດໝາຍ ໂດຍອິນເດຍອອກໃຫ້ແກ່ພົນລະເມືອງ ປະກິດສະຖານຈະຖືກເກັບຄືນ ເລີ່ມແຕ່ວັນທີ 27 ເມສາ ແລະ ວິຊາທາງການແພດທີ່ອອກໃຫ້ພົນລະເມືອງ ປະກິດສະຖານ ຈະມີຜົນສັກສິດພຽງແຕ່ຮອດວັນທີ 29 ເມສາ. ນອກຈາກນັ້ນ, ອົງການນີ້ຍັງຕັກເຕືອນພົນລະເມືອງ ປາກິດສະຖານໝົດທຸກຄົນທີ່ປັດຈຸບັນ ພວມຢູ່ອິນເດຍ ຕ້ອງເດີນທາງອອກຈາກອິນເດຍ ພາຍຫຼັງວິຊາໝົດເວລາກຳນົດ.
ສ່ວນອຳນາດການປົກຄອງ ປາກິດສະຖານ ກໍ່ກ່າວເຕືອນວ່າ ບໍ່ວ່າການກະທຳໃດຂອງອິນເດຍເພື່ອແນໃສ່ຫັນປ່ຽນກະແສນ້ຳຖືກຕ້ອງຕາມກົດໝາຍທີ່ຂຶ້ນກັບ ປາກິດສະຖານຢູ່ແມ່ນ້ຳ Indus ໄດ້ຮັບຖືວ່າແມ່ນ ການກະທຳ ສົງຄາມ.