ຄວາມໄວ້ເນືື້ອເຊື່ອໃຈສວມບົດບາດສຳຄັນໃນພື້ນຖານເສດຖະກິດໂລກ

(VOVWORLD) - ວັນທີ 25 ພຶດສະພາ, ໄດ້ດຳເນີນກອງປະຊຸມຄົບຄະນະ - ເຫດການສຳຄັນຍິ່ງຂອງເວທີປາໄສເສດຖະກິດໂລກ St. Peterburg ປີ 2018.
ຄວາມໄວ້ເນືື້ອເຊື່ອໃຈສວມບົດບາດສຳຄັນໃນພື້ນຖານເສດຖະກິດໂລກ - ảnh 1 ເວທີປາໄສເສດຖະກິດໂລກ St. Peterburg ປີ 2018 (ພາບ: TTXVN)

ເຂົ້າຮ່ວມເຫດການດັ່ງກ່າວ ມີບັນດາແຂກຖືກເຊີນພິເສດຄື: ທ່ານປະທານາທິບໍດີ ລັດເຊຍ Vladimir Putin, ທ່ານປະທານາທິບໍດີ ຝະຣັ່ງ Emanuel Macron, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo ແລະ ຜູ້ອຳນວຍການໃຫຍ່ກອງທຶນເງິນຕາສາກົນ (IMF) ທ່ານ Christine Lagarde. ຕິດແທດກັບຫົວເລື່ອງ “ສ້າງພື້ນຖານເສດຖະກິດໄວ້ເນື້ອເຊື່ອໃຈ” ຂອງເວທີປາໄສປີນີ້, ບັນດາຜູ້ແທນໄດ້ສະເໜີບັນດາບົດກ່າວປາໄສ ແລະ ພ້ອມກັນປຶກສາຫາລືກ່ຽວກັບການສ້າງຄວາມໄວ້ເນື້ອເຊື່ອໃຈໃນບັນດາສາຍພົວພັນສາກົນເວົ້າລວມ ແລະ ໃນການພົວພັນເສດຖະກິດເວົ້າສະເພາະ. ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຢືນຢັນວ່າ: ການແກ່ງແຍ້ງກັນແມ່ນສິ່ງຈຳເປັນໃນເສດຖະກິດ ແຕ່ບັນດາປະເທດຕ້ອງເຄົາລົບເຊິ່ງກັນ ແລະ ກັນ, ບົນພື້ນຖານການເຈລະຈາທີ່ມີລັກສະນະສ້າງສັນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ.

ຕອບກັບ

ຂ່າວ/ບົດ​ອື່ນ