ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມສຸມໃສ່ປ່ຽນໃໝ່ເນື້ອໃນແລະແບບວິທີການເຄື່ອນໄຫວ

ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມສຸມໃສ່ປ່ຽນໃໝ່ເນື້ອໃນແລະແບບວິທີການເຄື່ອນໄຫວ - ảnh 1
ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ
​ປະ​ເທດ​ຊາດ ຫວຽດນາມ ຫງວຽນທ້ຽນ​ເຍີນ ​
(ພາບໜັງສືພິມໃໝ່)

(vovworld) –​​ ​ ທີ່​ກອງ​ປະຊຸມ​ຄະນະ​ປະທານ​ຄະນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຄັ້ງ​ທີ 9 ຊຸດ​ທີ 8 ​​ໄດ້ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 27/06 ຢູ່​ນະຄອນ​ ດ່າ​ໜັງ, ບັນດາ​ຜູ້​ແທນ​​ໄດ້ຕີ​ລາຄາວ່າ ໃນ 6 ​ເດື​ອນຕົ້ນ​ປີ 2016, ຄະນະ​ກຳມະການ​ໄດ້​ຕັ້ງໜ້າ​ສຸມ​ໃສ່​ປ່ຽນ​ໃໝ່​ເນື້ອ​ໃນ ​ແລະ ​ແບບວິທີ​ການ​ເຄື່ອນ​ໄຫວ​ຂອງ​ແນວ​ໂຮມ​ທຸກ​ຂັ້ນ​ໃນ​ວຽກ​ງານ​ຊົນ​ເຜົ່າ, ຍູ້​ແຮງ​ບັ້ນຂົນຂວາຍ “ທົ່ວ​ປວງ​ຊົນ​ສາມັກຄີ​ສ້າງ​ຊົນນະບົດ​ໃໝ່, ຕົວ​ເມືອງ​ສີວິ​ໄລ”. ກ່ຽວ​ກັບ​ວິທີ​ການ​ເຄື່ອນ​ໄຫວ​ໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນທ້ຽນ​ເຍີນ ​ເນັ້ນ​ໜັກ​ວ່າ:

        “ລັດຖະບານ​ມີ​ມະຕິ​ກ່ຽວ​ກັບ​ໂຄງການ​ສັງ​ລວມປະຕິ​ຮູບ​ດ້ານ​ບໍລິຫານ​ແຫ່ງ​ລັດ​ໄລຍະ 2011 2020 ​ໃນ​ນັ້ນ ວາງ​ຈຸດໝາຍ​ຮອດ​ປີ 2020 ​ ຄວາມ​ພໍ​ໃຈ​ຂອງ​ປະຊາຊົນອົງການຈັດ​ຕັ້ງ​ ​ສຳລັບ​ການ​ຮັບ​ໃຊ້​ຂອງອົງການ​ສຳນັກງານ​ບໍລິຫານ​ແຫ່ງ​ລັດບັນລຸ​ກ່ວາ 80%. ດັ່ງ​ນັ້ນ ໜ້າ​ທີ່​ໃໝ່ ​ແລະ ​​ເປັນ​ປະຈຳໃນ​ການ​ເຄື່ອນ​ໄຫວວຽກງານ​ແນວ​ໂຮມປະ​ເທດ​ຊາດ ຫວຽນ​ດາມ ​ກໍ່​ແມ່ນ ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ​ໂດຍ​ພື້ນຖານ, ປະຕິບັດພາລະ​ບົດບາດຕິດຕາມ​ກວດກາ​ສ່ອງ​ແສງ​, ຄວາມ​ຮັບຜິດຊອບຂອງ​ແນວ​ໂຮມ​​ໃນ​ການເຂົ້າ​ຮ່ວມ​ຕີ​ລາຄາ​ຄວາມ​ເພິ່ງ​ພໍ​ໃຈ​ຂອງ​ປະຊາຊົນ ​ແລະ ຫົວໜ່ວຍ​ກັບ​ການ​ຮັບ​ໃຊ້​ອົງການ​ຄຸ້ມ​ຄອງ​ ລັດ”.

        ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ບັນດາ​ຜູ້​ແທນ​ສຸນ​ໃສ່​ປຶກສາ​ຫາລື​ເນື້ອ​ໃນ​ສຳຄັນ​ຫລາຍ​ຢ່າງ​ຄື ​ໃຫ້​ຄຳ​ເຫັນ​ຮັບຮອງ​ເອົາ​ໂຄງການ​ດຳ​ເນີນ​ງານ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ;​ ປຶກສາ​ຫາລື​ຫົວ​ເລື່ອງ​ສະ​ເພາະກ່ຽວ​ກັບ​ການເສີມ​ຂະ​ຫຍາ​ຍບົດ​ບາດ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ໃນ​ການ​ປະຕິບັດ​ຂໍ​້ກຳນົດປະຊາທິປະ​ໄຕ​ຢູ່​ຮາກ​ຖານ. ​ໂຄງການ​ຕິດຕາມ​ກວດກາ​ການ​ປະຕິ​ຮູບ​​ລະບຽບ​ການບໍລິຫານ​ໃນ​ຂົງ​ເຂດພາສີ, ສວຍ​ສາ​ອາກອນ.

ຂ່າວ/ບົດ​ອື່ນ