ຄະນະຊາວໜຸ່ມ ກອມມູນິດ ໂຮ່ຈິມິນ ຈັດພິທີແຈ້ງຜົນງານຕໍ່ປະທານໂຮ່ຈິມິນ

ຄະນະຊາວໜຸ່ມ ກອມມູນິດ ໂຮ່ຈິມິນ ຈັດພິທີແຈ້ງຜົນງານຕໍ່ປະທານໂຮ່ຈິມິນ - ảnh 1
( ຊາວ​ໜຸ່ມ​ກອມ​ມູນິດໂຮ່ຈິ​ມິ​ນ ​ເຂົ້າ​ຢ້ຽມ​ສຸ​ສານປະທານ ​ໂຮ່ຈິ​ມິນ )
( ພາບ: Chinhphu.vn )


( vovworld ) – ຕອນ​ເຊົ້າ​ວັນ​ທີ 25/3, ຄະນະ​ຜູ້​ແທນ​ສູນ​ກາງ​ຊາວ​ໜຸ່ມ​ກອມ​ມູນິດ ໂຮ່ຈິ​ມິ​ນ ໄດ້ຈັດ​ພິທີ​ແຈ້ງ​ຜົນງານ ​ແລະ ​ເຂົ້າ​ຢ້ຽມ​ສຸ​ສານປະທານ ​ໂຮ່ຈິ​ມິນ. ຕາງ​ໜ້າ​ໃຫ້​ເລຂາ​ຊາວ​ໜຸ່ມ​ທີ່​ດີ​ເດັ່ນ 81 ຄົນ​ທີ່​ໄດ້ຮັບ​ລາງວັນ 26/3, ນາງ Nguyen Kieu Diem ​ເລຂາຊາວ​ໜຸ່ມ​ຕ​​າແສງ Khanh Binh Tay, ​ເມືອງ Tran Van Thoi, ​ແຂວງ Ca Mau ​ໄດ້​ຢືນຢັນ​ວ່າ ຢາມ​ໃດຊາວ​ໜຸ່ມ​ຫວຽດນາມ ກໍ່ຊາບ​ຊືມຄຳສັ່ງສອນຂອງ​ປະທານ ​ໂຮ່ຈິ​ມິນ, ຮໍ່າຮຽນ​, ຝຶກ​ຝົນ​ຫຼໍ່​ຫຼອມຢ່າງ​ບໍ່​ຢຸດ​ຢັ້ງ, ອອກ​ແຮງ​ງານຢ່າງ​ມີ​ຫົວຄິ​ດປະດິດ​ສ້າງ, ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ປະຈັນບານ, ​ເປັນ​ແບບຢ່າງ​​ໃນ​ການປະຕິບັດ​ວຽກ​ງານ​ຊາວ​ໜຸ່ມ ​ແລະ ຂະ​ບວນການ​ຊາວ​ໜຸ່ມ​​ເຍ​ົາວະ​ຊົນຢູ່​ຂັ້ນ​ຮາກ​ຖານ, ນຳ​ມະຕິ​ກອງ​ປະຊຸມ​ໃຫຍ່​ຊາວ​ໜຸ່ມ​ຂັ້ນພື້ນຖານ​ເຂົ້າ​ໃນ​ຊີວິດ​ຕົວ​ຈິງ​ໂດຍ​ໄວ, ປະກອບ​ຊ່ວນ​ຢ່າງ​ຕັ້ງໜ້າເຂົ້າ​ໃນ​ວຽກ​ງານ​ຈັດ​ຕັ້ງກອງ​ປະຊຸມ​ໃຫຍ່​ຊາວ​ໜຸ່ນທຸກ​ຂັ້ນ ​ແລະ ກອງ​ປະຊຸມ​ໃຫຍ່​ຊາວ​ໜຸ່ມທົ່ວ​ປະ​ເທດ​ຄັ້ງ​ທີ 10.

ຂ່າວ/ບົດ​ອື່ນ