ຄະ​ນະ​ນັກ​ກິ​ລາ ຫວຽດ​ນາມ ອອກ​ເຄື່ອນພົ​ນ ເຂົ້າ​ຮ່ວມ SEA Games 31 ໃນ​ວັນ​ທີ 28 ເມ​ສາ

(VOVWORLD) -ວັນທີ 28 ເມສາ, ພິທີອອກເຄື່ອນພົນຂອງຄະນະນັກກິລາ ຫວຽດນາມ ເຂົ້າຮ່ວມງານມະຫາກຳກິລາ ອາຊີຕາເວັນອອກສ່ຽງໃຕ້ຄັ້ງທີ 31 (SEA Games 31) ຈະດຳເນີນຢູ່ສູນຝຶກແອບກິລາ ແຫ່ງຊາດ ຮ່າໂນ້ຍ.
ຄະ​ນະ​ນັກ​ກິ​ລາ ຫວຽດ​ນາມ ອອກ​ເຄື່ອນພົ​ນ ເຂົ້າ​ຮ່ວມ SEA Games 31 ໃນ​ວັນ​ທີ 28 ເມ​ສາ - ảnh 1ຄະນະນັກກິລາ ຫວຽດນາມ (ພາບ: ຫງວຽນແຄ໊ງ)

SEA Games 31 ຈະດຳເນີນຢູ່ຮ່າໂນ້ຍ ແລະ 11 ແຂວງ, ນະຄອນຢູ່ອ້ອມຂ້າງນະຄອນຫຼວງ ຮ່າໂນ້ຍ ນັບແຕ່ວັນທີ 12 ພຶດສະພາ ຫາວັນທີ 23 ພຶດສະພາ. SEA Games 31 ມີການເຂົ້າຮ່ວມຂອງ 11 ຄະນະນັກກິລາຢູ່ອາຊີຕາເວັນອອກສ່ຽງໃຕ້,  ຊຶ່ງຈະແຂ່ງຂັນກິລາ 40 ປະເພດກິລາ ດ້ວຍ 526 ລາຍການ. ຄະນະນັກກິລາ ຫວຽດນາມ  ຈະເຂົ້າຮວ່ມການແຂ່ງຂັນຢູ່ ທັງໝົດ 40 ປະເພດກິລາ, ມຸ່ງໄປເຖິງເປົ້າໝາຍຢືນຢູ່ອັນດັບທີ 1 ໃນຕາຕະລາງຫຼຽນລາງວັນ SEA Games 31.

ຕອບກັບ

ຂ່າວ/ບົດ​ອື່ນ