ຄະນະນັກສັງເກດການຕິດຕາມກວດກາການປະຕິບັດຄຳສັ່ງຢຸດຍິງຂອງ ສປຊ ໄປຮອດຊີຣີ

ຄະນະນັກສັງເກດການຕິດຕາມກວດກາການປະຕິບັດຄຳສັ່ງຢຸດຍິງຂອງ ສປຊ ໄປຮອດຊີຣີ - ảnh 1
ຄະນະ​ນັກ​ສັງ​ເກດ​ການລວມມີສະມາຊິກ 6 ຄົນ
(ພາບ: ອີນເຕີເນັດ)

(vovworld) – ​​ວັນ​ທີ 17/4, ຄະນະ​ນັກ​ສັງ​ເກດ​ການ​ຕິດຕາມ​ກວດກາການ​ປະຕິບັດ​ຄຳ​ສັ່ງ​ຢຸດ​ຍິງ​ຂອງ​ສະຫະ​ປະຊາ​ຊາດ ​ໄດ້​ໄປ​ຮອດ​ສຳນັກງານກະຊວງ​ການ​ຕ່າງປະ​ເທດ​ຊີຣີ ​ເພື່ອ​ສືບ​ຕໍ່​ປຶກສາ​ຫາລື ​ເລື່ອງອະນຸຍາດ​​ໃຫ້ບັນດານັກ​ສັງ​​ເກດ​ການ​​ເລີ່​ມຕົ້ນ​ການ​ປະຕິບັດ​ງານ. ຄະນະ​ນັກ​ສັງ​ເກດ​ການຊຸດ​ທຳ​ອິດ​ລວມມີ​ສະມາຊິກ 5 ຄົນ ​ໄດ້​ໄປ​ຍັງ Damas ຕາມ​ມະຕິ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ທີ່​​ໄດ້​ຮັບຮອງ​ເອົາ​ໃນ​ວັນ​ທີ 14/4. ຊຸມ​ວັນ​ຈະ​ມາ​ເຖິງ​ຈະ​ມີ​ນັກ​ສັງ​ເກດ​ການ​ນັບ​ສິບໆ ຄົນ​ໄປ​ຍັງ Damas, ​ເຂົ້າ​ຮ່ວມ​ຄະນະ​ນັກ​ສັງ​ເກດ​ການ​ປະຕິບັດຄຳ​ສັ່ງ​ຢຸດ​ຍິງ​ຢູ່​ຊີຣີ. ລັດຖະບານ​ ຊີຣີ ​ໄດ້​ຊົມ​ເຊີຍ​ມະຕິ​ຂອງ​ສະພາ​ຄວາມ​ໝັ້ນຄົງ ສະຫະ​ປະຊາ​ຊາດ ທີ່​ໄດ້​ສົ່ງ​ບັນດາ​ນັກ​ສັງ​ເກດ​ການມາ​ຊີຣີ, ​ແຕ່​ວ່າກໍ​ຖະ​ແຫຼ​ງວ່າ ປະ​ເທດ​ນີ້​ມີ​ສິດ​ປະຕິ​ເສດ ບັນ​ດາ​ນັກສັງ​ເກດ​ການ​ອີງຕາມ​​ແຕ່ລະສັນຊາດ. ​ໃນ​ຂະນະ​ນັ້ນ, ການ​ໃຊ້​ຄວາມ​ຮຸນ​ແຮງຍັງ​ຄົງ​​ເກີດ​ຂຶ້ນນັບ​ແຕ່​ເມື່ອ​ຄຳ​ສັ່ງ​ຢຸດ​ຍິງ​ມີ​ຜົນ​ສັກສິດ​ນັບແຕ່​ວັນ​ທີ 12/4.

ຂ່າວ/ບົດ​ອື່ນ