ຄະນະປະຈຳລັດຖະບານປະຊຸມກ່ຽວກັບການປັບປຸງແຜນຜັງໄຟຟ້າ ແລະ ຖ່ານຫີນ

ຄະນະປະຈຳລັດຖະບານປະຊຸມກ່ຽວກັບການປັບປຸງແຜນຜັງໄຟຟ້າ ແລະ ຖ່ານຫີນ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ
ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມຄະນະ​ປະຈຳລັດຖະບານ
(ພາບ: VGP)

(vovworld) – ຕອນ​ເຊົ້າ​ວັນ​ທີ 19/1, ຢູ່ ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ໄດ້​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມຄະນະ​ປະຈຳລັດຖະບານ ກ່ຽວ​ກັບ​ແຜນ​ຮ່າງປັບປຸງ​ແຜນຜັງ​ພັດທະນາໄຟຟ້າ​ແຫ່ງ​ຊາດ ​ໄລຍະ 2011-2020 ​ແລະ​ ​ແງ່​ຫວັງ​ເຖິງ​ປີ 2030 ກໍ່​ຄື​ແຜນ​ຮ່າງປັບປຸງ​ແຜນຜັງ​ພັດທະນາ​ຂະ​ແໜງຖ່ານຫີນ ​ຫວຽດນາມ​ເຖິງ​ປີ 2020 ​ແລະ ​​ແງ່​ຫວັງ​ເຖິງ​ປີ 2030.

 ​       ກ່າວ​ຄວາມ​ເຫັນ​ສະຫຼຸບ​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ຮຽກຮ້ອງ​ກະຊວງ​ອຸດສາຫະກຳ ການ​ຄ້າ​ຮັບ​ເອົາ​ຄຳ​ເຫັນ​ຊີ້​ນຳ ກໍ່​ຄື​ຄຳ​ເຫັນ​ປະກອບ​ຂອງ​ບັນດາ​ກະຊວງ, ຂະ​ແໜງ​ການ​ເພື່ອ​ເພີ່ມ​ເຕີມ, ປັບປຸງ 2 ​ແຜນ​ຮ່າງ​ນີ້, ​ແນ​ໃສ່​ຍື່ນ​ຕໍ່​ລັດຖະບານ​ພິຈາລະນາ, ​ເຊັນ​ອະນຸມັດ, ຫຼັງ​ຈາກ​ນັ້ນ​ຈະ​ຜັນ​ຂະຫຍາຍ​ການ​ປະຕິບັດ​ນັບ​ແຕ່​ຕົ້ນ​ປີ 2016. ກ່ຽວ​ກັບ​ ​ແຜນຜັງ​, ຍຸດ​ທະ​ສາດພັດທະນາຂະ​ແໜງໄຟຟ້າ, ຂະ​ແໜງ​ຖ່ານ​ຫີນ​​ໃນໄລຍະຈະ​ມາ​ເຖິງ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ເນັ້ນ​ໜັກ​ວ່າ, ຄາດໝາຍ​ໄຟຟ້າ, ຖ່ານ​ຫີນ​ຕ້ອງ​ຮັບປະກັນ​ການ​ເຕີບ​ໂຕ, ພັດທະນາ​ປະ​ເທດ​ຊາດ, ດ້ວຍ​ວິ​ໄສທັດ​ໃຫ້​ນັບ​ສິບ​ປີ​ຈະ​ມາ​ເຖິງ ​ແລະ ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ສາກົນ​ໃນ​ການ​ຫຼຸດຜ່ອນ​ການ​ປ່ອຍ​ແກ​ສ​ເຮືອນ​ແກ້ວ​ຢ່າງ​ເຂັ້ມ​ງວດ, ຊຸກຍູ້​ການ​ພັດທະນາ​ໄຟຟ້າ​ຜະລິດ​ຄືນ​ໃໝ່. ກ່ຽວ​ກັບ​ໄຟຟ້າ​ນິວເຄຼຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ຢືນຢັນ​ຈະ​ສືບ​ຕໍ່​ປະຕິບັດ​ແຜນ​ນະ​ໂຍບາຍ​ເຊິ່ງສູນ​ກາງ, ສະພາ​ແຫ່ງ​ຊາດ​ໄດ້​ຮັບຮອງ​ເອົາ​ດ້ານໄຟຟ້າ​ນິວເຄຼຍ, ​ໃຫ້ຖືກ​ກັບ​ກົດໝາຍ, ຮັບປະກັນ​ຄວາມ​ປອດ​ໄພ ​ແລະ ມີ​ປະສິດທິ​ຜົນ.

ຂ່າວ/ບົດ​ອື່ນ