ຄະ​ນະ​ປະ​ຈຳ​ລັດ​ຖະ​ບານ​ປະ​ຊຸມ​ກ່ຽວ​ກັບ​ບາງ​ໂຄງ​ການ​ພື້​ນ​ຖານ​ໂຄງ​ລ່າງ

(VOVWORLD) - ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກເຖິງບົດບາດຂອງການພັດທະນາພື້ນຖານໂຄງລ່າງຄົມມະນາຄົມ, ເຊິ່ງແມ່ນປັດໄຈຕັດສິນຕໍ່ການພັດທະນາເສດຖະກິດ - ສັງຄົມ.
ຄະ​ນະ​ປະ​ຈຳ​ລັດ​ຖະ​ບານ​ປະ​ຊຸມ​ກ່ຽວ​ກັບ​ບາງ​ໂຄງ​ການ​ພື້​ນ​ຖານ​ໂຄງ​ລ່າງ - ảnh 1ກອງປະຊຸມເພື່ອແນໃສ່ຊຸກຍູ້ບາງໂຄງການພື້ນຖານໂຄງລ່າງ (ພາບ: chinhphu.vn)

ຕອນບ່າຍວັນທີ 25 ກໍລະກົດ, ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ, ຄະນະປະຈຳລັດຖະບານໄດ້ດຳເນີນກອງປະຊຸມເພື່ອແນໃສ່ຊຸກຍູ້ບາງໂຄງການພື້ນຖານໂຄງລ່າງ, ຜ່ານນັ້ນແກ້ໄຂຂໍ້ຄົງຄ້າງໃຫ້ແກ່ການພັດທະນາຂອງບັນດາທ້ອງຖິ່ນ. ຊົມເຊີຍຄວາມສຸດອົກສຸດໃຈ, ຄວາມຮັບຜິດຊອບຂອງບັນດາແຂວງ, ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກເຖິງບົດບາດຂອງການພັດທະນາພື້ນຖານໂຄງລ່າງຄົມມະນາຄົມ, ເຊິ່ງແມ່ນປັດໄຈຕັດສິນຕໍ່ການພັດທະນາເສດຖະກິດ - ສັງຄົມ.

ທ່ານນາຍົກລັດຖະມົນຕີຖືວ່າໃນໄລຍະທີ່ຜ່ານມາມີບາງໂຄງການພື້ນຖານໂຄງລ່າງໄດ້ຮັບການຜັນຂະຫຍາຍຊັກຊ້າໃນຂະນະທີ່ຄວາມຕ້ອງການພັດທະນາແມ່ນໃຫຍ່ທີ່ສຸດ, ທີ່ກອງປະຊຸມທ່ານນາຍົກລັດຖະມົນຕີໄດ້ຕັດສິນບາງແຜນນະໂຍບາຍຕໍ່ບັນດາໂຄງການພື້ນຖານໂຄງລ່າງທີ່ໄດ້ປຶກສາຫາລ ແນໃສ່ືເພື່ອເຮັດໃຫ້ບັນດາໂຄງການໄດ້ຮັບການຜັນຂະຫຍາຍ, ຄືແຜນການກ່ຽວກັບວິທີການລົງທຶນ, ວິທີປະຕິບັດ, ລະບຽບການ… ທ່ານນາຍົກລັດຖະມົນຕີກໍ່ໃສ່ໃຈວ່າຕ້ອງປະຕິບັດໃຫ້ເປັນຢ່າງດີ, ປະຕິບັດຂັ້ນຕອນ ການບຸກເບີກໜ້າພຽງ ໃຫ້ສຳເລັດໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ