ຄະນະປະຈຳສະພາ ແຫ່ງຊາດປຶກສາຫາລື ຮ່າງກົດໝາຍວ່າດ້ວຍທີ່ດິນ

ຄະນະປະຈຳສະພາ ແຫ່ງຊາດປຶກສາຫາລື ຮ່າງກົດໝາຍວ່າດ້ວຍທີ່ດິນ  - ảnh 1

(ພາບ:phanxuandung.net)

(vovworld)- ຕອນ​ເຊົ້າວັນ​ທີ 17/9, ຢູ່​ຮ່າ​ໂນ້ຍ,  ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ສືບ​ຕໍ່​ດຳ​ເນີນ​ວາລະ​ປະຊຸມ​ທີ 11, ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບຮ່າງ​ກົດໝາຍວ່າ​ດ້ວຍ​ທີ່​ດິນ (ສະບັບ​ປັບປຸງ). ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Nguyen Sinh Hung ​ເປັນ​ປະທານ​ວາລະ​ປະຊຸມ. ຮ່າງ​ກົດໝາຍວ່າ​ດ້ວຍ​ທີ່​ດິນ ກຳນົດ​ການວາງ​ແຜນຜັງ, ​ແຜນການ​ນຳ​ໃຊ້​ທີ່​ດິນ ​ແລະ ກຳນົດ​ລັດ​ເປັນ​ເຈົ້າການ​ຖອນທີ່​ດິນ​ຄືນ​​ຕາມ​ການວາງ​ແຜນຜັງ, ​ແຜນການ​ນຳ​ໃຊ້​ທີ່​ດິນ ຊື່​ງ​ໄດ້​ປະກາດ​ແລ້ວ ພ້ອມ​ທັງ​ຈັດຕັ້ງການ​ຊົດ​ເຊີຍ, ໜູນ​ຊ່ວຍ, ​ການ​ຕັ້ງຖິ່ນ​ຖານ​ຄົງ​ທີ່​ຄືນ​ໃໝ່​. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Nguyen Sinh Hung ຖື​ວ່າ ມີ​ຂໍ້​ຂັດ​ແຍ້​ງ​ໃນ​ຂໍ້​ກຳນົດ​ນີ້:

   “ການ​ຖອນທີ່​ດິນ​ຄືນ​ຕາມ​ແຜນການ​ນຳ​ໃຊ້​ທີ່​ດິນ​ກໍ່​ໝາຍ​ຄວາມ​ວ່າ ​ແຜນການ​ນຳ​ໃຊ້​ທີ່​ດິນ​ໄດ້​ຮັບ​ການ​ເຊັນ​ອະນຸມັດ ​ແມ່ນ​ບ່ອນ​ອີງ​ເພື່ອ​ຖອນຄືນ. ​ເມື່ອ​ບໍ່​ທັນ​ແກ້​ໄຂ​ການ​ຕັ້ງຖິ່ນ​ຖານ​ໂຄງ​ທີ່, ບໍ່​ທັນ​ແກ້​ໄຂ​ເຮືອນ​ຢູ່​ໄດ້, ບໍ່​ທັນແກ້​ໄຂ​ວຽກ​ເຮັດ​ງານ​ທຳ​ໄດ້​ຈະ​ບໍ່​ທັນ​ຖອນ​ຄືນ. “

 

 

ຂ່າວ/ບົດ​ອື່ນ