ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ປະ​ກອບ​ຄຳ​ເຫັນ​ເຂົ້າ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ອາ​ກອນ​ຈຳ​ໜ່າຍ​ພິ​ເສດ​

(VOVWORLD) - ໂດຍສືບຕໍ່ວາລະກອງປະຊຸມຄັ້ງທີ 37 ຂອງ ຄະນະປະຈຳສະພາແຫ່ງຊາດ, ວັນທີ 26 ກັນຍາ, ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍອາກອນຈຳໜ່າຍພິເສດ (ສະບັບປັບປຸງ). 
ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ປະ​ກອບ​ຄຳ​ເຫັນ​ເຂົ້າ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ອາ​ກອນ​ຈຳ​ໜ່າຍ​ພິ​ເສດ​ - ảnh 1ກອງປະຊຸມຄັ້ງທີ 37 ຂອງ ຄະນະປະຈຳສະພາແຫ່ງຊາດ (ພາບ: quochoi.vn)

ໃນກອງປະຊຸມສຳມະນາ ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍອາກອນຈຳໜ່າຍພິເສດ (ສະບັບປັບປຸງ) ໂດຍ ສະຫະສະມາຄົມວິສາຫະກິດນັກລົງທຶນຕ່າງປະເທດ ສົມທົບກັບ ໜັງສືພິມ ຜູ້ແທນປະຊາຊົນ ຈັດຂຶ້ນຫວ່າງແລ້ວນີ້, ບັນດາວິສາຫະກິດມີຄວາມເຫັນດີເຫັນພ້ອມກັບທັດສະນະຂອງພັກ ແລະ ລັດ ໃນການນຳໃຊ້ນະໂຍບາຍອາກອນຈຳໜ່າຍພິເສດ ເພື່ອຮັກສາສຸຂະພາບຂອງປະຊາຊົນ, ຈຳກັດການຈຳໜ່າຍບັນດາປະເພດສິນຄ້າທີ່ສົ່ງຜົນກະທົບບໍ່ດີຕໍ່ສຸຂະພາບ ເປັນຕົ້ນແມ່ນເຫຼົ້າ, ເບຍ, ຢາສູບ.

        ກໍໃນວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດ ພິຈາລະນາ, ຕົກລົງການດັດປັບໂຄງການສ້າງກົດໝາຍ, ລັດຖະບັນຍັດ; ປະກອບຄຳເຫັນໃສ່ບົດລາຍການລັດຖະບານກ່ຽວກັບການຮັບພົນລະເມືອງ, ແກ້ໄຂຄຳຮ້ອງທຸກຮ້ອງຟ້ອງ, ການກ່າວຫາກ່ຽວກັບການບໍລິຫານ ປີ 2024; ພິຈາລະນາການຈັດແບ່ງແຜນການລົງທຶນພາກລັດ ໄລຍະກາງ ດ້ວຍງົບປະມານສູນກາງ ໄລຍະ 2021 – 2025 ແລະ ແຜນການ ທຶນປີ 2024 ໃຫ້ແກ່ບັນດາໜ້າທີ່, ໂຄງການທີ່ນຳໃຊ້ແຫຼ່ງເພີ່ມການເກັບງົບປະມານສູນກາງປີ 2022 ທີ່ໄດ້ສຳເລັດລະບຽບການລົງທຶນແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ