ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນໃສ່ຮ່າງກົດໝາຍສຳຄັນບາງສະບັບ

ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນໃສ່ຮ່າງກົດໝາຍສຳຄັນບາງສະບັບ - ảnh 1
(ພາບປະກອບ)

(vovworld) – ​ໂດຍ​ສືບ​ຕໍ່ກາ​ນ​ເຮັດ​ວຽກ, ຕອນ​ເຊົ້າ​ວັນ​ທີ 17/08, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ໃຫ້​ຄຳ​ເຫັນ​​ໃສ່ຮ່າງ​ກົ​ດໝາຍວ່າ​ດ້ວຍ​ອົງການ​ສືບສວນ​ສອບ​ສວນ​ຄະດີອາຍາ ​ແລະ ກົດໝາຍ​ກັກ​ຂັງ​ຊົ່ວຄາວ. ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ເຫັນ​ດີຕໍ່​ຄວາມ​ຈຳ​ເປັນ​ໃນ​ການ​ສ້າງ​ຮ່າງ​ກົດໝາຍ ​ເພື່ອ​​ແນ​ໃສ່ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕໍ່ສູ້​ຕ້ານ​ອາດຊະ​ຍາ​ກຳ​ໃນ​ສະພາບ​ການ​ໃໝ່, ພ້ອມ​ທັງ​ສະ​ເໜີ​ກວດກາ​ລະອຽດ​ບັນດາມາດ​ຕາ, ຮັບປະກັນ​ໃຫ້​ເໝາະ​ສົມ​ກັບ​ລັດຖະທຳ​ມະ​ມູນ ​ແລະ ກົດ​ໝາຍທີ່​ປະກາດ​ໃຊ້​ແລ້ວ. ບັນດາ​ສະມາຊິກ​ໃນ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ກໍ​ເຫັນ​ດີ​ເພີ່ມ​​ເຕີມ​ກຳລັງ​ກວດກາ​ການ​ປະມົງ ​ແມ່ນ​ອົງການ​ຮັບ​ໜ້າ​ທີ່​ດຳ​ເນີນ​ບາງ​ການ​ເຄື່ອນ​ໄຫວ​ສືບສວນສອບ​ສວນ.

        ຕອນ​ບ່າຍ​ວັນ​ດຽວ​ກັນ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ໃຫ້​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ດຳ​ເນີນ​ຄະດີ​ແພ່ງ (ສະບັບ​ປັບປຸງ).

ຂ່າວ/ບົດ​ອື່ນ