ທາບທ່າມດ້ານການເມືອງຄັ້ງທີ 5 ລະຫວ່າງກະຊວງການຕ່າງປະເທດຫວຽດນາມແລະVenezuela
ພາບ:tgvn.com
|
(vovworld)- ໂດຍໄດ້ຮັບຄຳເຊີນຂອງກະຊວງການຕ່າງປະເທດຫວຽດນາມ, ຄະນະຜູ້ແທນກະຊວງການຕ່າງປະເທດ Bolivariana Venezuela ໂດຍທ່ານ Xoan Pablo Noya, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ນຳຫນ້າ ໄດ້ມາຢ້ຽມຢາມຫວຽດນາມ ແຕ່ວັນທີ 9-11/3. ວັນທີ 10/3, ທ່ານ ຮ່າກີມງອກ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດຫວຽດນາມ ພ້ອມກັບທ່ານ Xoan Pablo Noya, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ Venezuela ໄດ້ເປັນປະທານຮ່ວມການເຈລະຈາທາບທ່າມດ້ານການເມືອງຄັ້ງທີ 5 ລະຫວ່າງກະຊວງການຕ່າງປະເທດຂອງສອງປະເທດ. ທີ່ການເຈລະຈາ, ສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການຂອງແຕ່ລະປະເທດໃນໄລຍະມໍ່ໆມານີ້, ປຶກສາຫາລືກ່ຽວກັບບັນດາມາດຕະການ ເພ່ືອປະກອບສ່ວນເພີ່ມທະວີການພົວພັນລະຫວ່າງສອງປະເທດ ແລະ ສອງກະຊວງ, ແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນຊື່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານ ຮ່າກີມງອກ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດຫວຽດນາມ ຢືນຢັນ: ຍາມໃດ ຫວຽດນາມກໍຖືການເພີ່ມທະວີການພົວພັນຮ່ວມມືຮອບດ້ານກັບ Venezuela ເປັນສຳຄັນ ແລະ ສະແດງຄວາມພຶງພໍໃຈກ່ຽວກັບບັນດາບາດກ້າວພັດທະນາຢ່າງຕັ້ງຫນ້າໃນການພົວພັນສອງຝ່າຍໃນໄລຍະຜ່ານມາ ແລະ ຖືວ່າ ຍັງມີຄວາມສາມາດບົ່ມຊ້ອນຫລາຍຢ່າງເພື່ອພັດທະນາການພົວພັນດ້ານເສດຖະກິດການຄ້າສອງຝ່າຍ, ຮັບໃຊ້ພາລະກິດສ້າງສາ ແລະ ພັດທະນາຢູ່ແຕ່ລະປະເທດ. ການນຳກະຊວງການຕ່າງປະເທດສອງປະເທດ ຫວຽດນາມ ແລະ Venezuela ແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນຊື່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ເຫັນດີເປັນເອກະສັນກັນສະຫນັບສະຫນູນຫລັກການແກ້ໄຂການຂັດແຍ້ງອະທິປະໄຕໂດຍສັນຕິວິທີ ແລະ ສອດຄອ່ງກັບກົດໝາຍສາກົນ, ຢືນຢັນ ສອງຝ່າຍສືບຕໍ່ເພີ່ມທະວີການສົມທົບ ແລະ ສະຫນັບສະຫນູນເຊິ່ງກັນ ແລະກັນ ທີ່ ສປຊ, ຂະບວນການບໍ່ຮ່ວມກຸ່ມ, ເວທີປາໄສຮ່ວມມື ອາຊີຕາເວັນອອກ-ອາເມລິກາລາຕີນ ກໍຄືທີ່ບັນດາອົງການຈັດຕັ້ງສາກົນ ແລະ ເວທີປາໄສຫລາຍຝ່າຍອື່ນ.