ຄະນະຜູ້ແທນຂັ້ນສູງ ພັກກອມມູນິດ ຫວຽດນາມ ຢ້ຽມຢາມ ສະຫະພັນລັດເຊຍ

(VOVWORLD) - ໃນວັນທີ 6 ທັນວາ, ທີ່ສຳນັກງານ ດູມາແຫ່ງຊາດ (ສະພາຕ່ຳ ລັດເຊຍ), ຄະນະຜູ້ແທນ ຫວຽດນາມ ໄດ້ພົບປະກັບທ່ານນາງ Irina Yarovaya, ຮອງປະທານ ດູມາແຫ່ງຊາດ. ສອງຝ່າຍເນັ້ນໜັກວ່າ ໃນໄລຍະຈະມາເຖິງຄວນຕ້ອງການຍູ້ແຮງການຕິດຕາມກວດກາການປະຕິບັດບັນດາສັນຍາລະຫວ່າງລັດຖະບານສອງປະເທດ ເພື່ອບັນລຸໝາກຜົນຢ່າງແທດຈິງ
 
ຄະນະຜູ້ແທນຂັ້ນສູງ ພັກກອມມູນິດ ຫວຽດນາມ ຢ້ຽມຢາມ ສະຫະພັນລັດເຊຍ - ảnh 1 ການພົບປະລະຫວ່າງ 2 ຝ່າຍ

ໃນລະຫວ່າງວັນທີ 5 – 10 ທັນວາ, ຄະນະຜູ້ແທນ ພັກກອມມູນິດ ຫວຽດນາມ ໂດຍທ່ານ ເຈີ່ນກ໋ວກເວື້ອງ, ກຳມະການກົມການເມືອງ, ສະມາຊິກຄະນະປະຈຳຄະນະເລຂາທິການ, ຫົວໜ້າຄະນະກຳມະການກວດກາສູນກາງ, ນຳໜ້າ, ມີການຢ້ຽມຢາມ ແລະ ເຮັດວຽກ ຢູ່ ສະຫະພັນລັດເຊຍ.

        ໃນວັນທີ 6 ທັນວາ, ທີ່ສຳນັກງານ ດູມາແຫ່ງຊາດ (ສະພາຕ່ຳ ລັດເຊຍ), ຄະນະຜູ້ແທນ ຫວຽດນາມ ໄດ້ພົບປະກັບທ່ານນາງ Irina Yarovaya, ຮອງປະທານ ດູມາແຫ່ງຊາດ. ສອງຝ່າຍເນັ້ນໜັກວ່າ ໃນໄລຍະຈະມາເຖິງຄວນຕ້ອງຍູ້ແຮງການຕິດຕາມກວດກາການປະຕິບັດບັນດາສັນຍາລະຫວ່າງລັດຖະບານສອງປະເທດ ເພື່ອບັນລຸໝາກຜົນຢ່າງແທດຈິງ; ສ້າງເງື່ອນໄຂນິຕິກຳສະດວກເພື່ອປະຕິບັດບັນດາໂຄງການເຊິ່ງສອງຝ່າຍໄດ້ລົງນາມເປັນຢ່າງດີ, ເປັນຕົ້ນແມ່ນ ສັນຍາການຄ້າເສລີ ລະຫວ່າງ ຫວຽດນາມ ແລະ ພັນທະມິດເສດຖະກິດ ອາຊີ - ເອີລົບ.

        ໃນວັນດຽວກັນ, ຄະນະຜູ້ແທນ ຫວຽດນາມ ໄດ້ມີການພົບປະເຈລະຈາກັບການນຳພັກ ປະເທດ ລັດເຊຍເອກະພາບ ໂດຍທ່ານນາງ Veronica Krasheninnikova, ຜູ້ບໍລິຫານໃຫຍ່ ກ່ຽວກັບນະໂຍບາຍການຕ່າງປະເທດຂອງ ພັກ ປະເທດ ລັດເຊຍເອກະພາບ ນຳໜ້າ. ສອງຝ່າຍເຫັນດີເປັນເອກະພາບນຳກັນວ່າໃນໄລຍະຈະມາເຖິງ ຈະສືບຕໍ່ເພີ່ມທະວີການແລກປ່ຽນບົດຮຽນ, ເປັນຕົ້ນແມ່ນບົດຮຽນຊີ້ນຳນຳພາກຳອຳນາດ, ບົດຮຽນຄຸ້ມຄອງລັດ, ຄຸ້ມຄອງສັງຄົມ; ເພີ່ມທະວີການພົບປະແລກປ່ຽນບັນດາອົງການຈັດຕັ້ງມະຫາຊົນຂອງສອງພັກ; ເພີ່ມທະວີການຮ່ວມມືໃນບັນດາເວທີປາໄສຫຼາຍຝ່າຍຂອງພັກການເມືອງກວ່າອີກ; ຜ່ານການພົວພັນລະຫວ່າງພັກເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດ, ສ້າງເງື່ອນໄຂເພື່ອເປີດກວ້າງການຮ່ວມມືລະຫວ່າງບັນດາຂະແໜງການ ແລະ ທ້ອງຖິ່ນສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ