ຄະນະຜູ້ແທນຂັ້ນສູງຫວຽດນາມ ໄຫວ້ອາໄລ ອະດິດກະສັດ Norodom Sihanouk

ຄະນະຜູ້ແທນຂັ້ນສູງຫວຽດນາມ ໄຫວ້ອາໄລ ອະດິດກະສັດ Norodom Sihanouk - ảnh 1
(ພາບປະກອບ)

(vovworld) -     ຕອນບ່າຍວັນທີ 19/10, ຄະນະຜູ້ແທນຂັ້ນສູງພັກ, ລັດ, ສະພາແຫ່ງຊາດ, ລັດຖະບານ ສສ ຫວຽດນາມ ​ໂດຍ​ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ນຳ​ໜ້າ ​ໄດ້​ໄປ​ນະຄອນຫຼວງ ພະ​ລົມ​ເປັນ, ​ແຫ່ງ​ລາຊະ​ອານາຈັກ​ກຳປູ​ເຈຍ ​ເພື່ອ​ເຂົ້າ​ຮ່ວມ​ພິທີ​ໄຫວ້ອາໄລ​ເຖິງ​ອະ​ດິດກະສັດກຳປູເຈຍ Norodom Sihanouk.

ແລະ​ກໍ​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ນາຍົກລັດຖະ​ມົນຕີກຳປູ​ເຈຍ Samdec Hunsen. ນາຍົກລັດຖະມົນຕີສອງ​ທ່ານ ​ໄດ້​ຢືນຢັນ​ສືບ​ຕໍ່​ເພີ່ມ​ທະວີ​ຄວາມ​ສາມັກຄີ, ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ກໍ​ຄື​ການ​ພົວພັນ​ຫວຽດນາມ - ລາວ - ກຳປູ​ເຈຍ. ​ເນື່ອງ​ໃນ​ໂອກາດ​ນີ້, ນາຍົກລັດຖະມົນຕີສອງທ່ານ​ກໍ​ໄດ້​ແລກປ່ຽນ​ບາງ​ບັນຫາ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ​ເຊິ່ງຕ່າງ​ຝ່າຍ​ຕ່າງປະ​ຜົນ​ປະ​ໂຫຍ​ດ. ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ໄດ້​ເດີນທາງ​ອອກ​ຈາກ​ນະຄອນຫຼວງ​ພະ​ລົມ​ເປັນ ​ກັບ​ຄືນເມືອ​ປະ​ເທດ.

ຂ່າວ/ບົດ​ອື່ນ