ຄະນະຜູ້ແທນຄະນະໂຄສະນາສຶກສາສູນກາງ ຢ້ຽມຢາມແລະເຮັດວຽກຢູ່ມາເລເຊຍ

(VOVWORLD) -ແຕ່ວັນທີ 8- 12 ມັງກອນ, ຄະນະຜູ້ແທນຄະນະໂຄສະນາສຶກສາສູນກາງ ໂດຍທ່ານ ຟ້າມວັນລິງ, ຮອງຫົວຫນ້າຄະນະໂຄສະນາສຶກສາສູນກາງ ນຳຫນ້າ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ ມາເລເຊຍ. 

ທ່ານ ຟ້າມວັນລິງ ຮອງຫົວຫນ້າຄະນະໂຄສະນາສຶກສາສູນກາງ ໄດ້ມີການເຈລະຈາກັບທ່ານ Tengku Adnan Tengku Mansor, ເລຂາທິການໃຫຍ່ ອົງການຊົນຊາດ ມາເລເຊຍ. ທ່ານ Tengku Adnan Tengku Mansor ຕີລາຄາສູງບັນດາການເຄື່ອນໄຫວການຕ່າງປະເທດຂອງຫວຽດນາມ ໃນໄລຍະຜ່ານມາ ພິເສດ ແມ່ນເລື່ອງຫວຽດນາມ ຈັດຕັ້ງກອງປະຊຸມສຸດຍອດເວທີປາໄສການຮ່ວມມືເສດຖະກິດ ອາຊີ ປາຊີຟິກ (APEC) ສຳເລັດຜົນ.

ທ່ານຟ້າມວັນລິງ ຖືວ່າ ປີ 2018 ສອງປະເທດຈັດຕັ້ງພິທີສະເຫລີມສະຫລອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຍີ່ປຸ່ນ (30/3/1973-30/3/2018) ແລະ ນີ້ແມ່ນໂອກາດເພື່ອໃຫ້ຫວຽດນາມ ແລະ ມາເລເຊຍ ເພີ່ມທະວີການຮ່ວມມືສອງຝ່າຍກວ່າອີກ. ທ່ານ ຟ້າມວັນລິງ ຮອງຫົວຫນ້າຄະນະໂຄສະນາສຶກສາສູນກາງ ສະເຫນີ ຝ່າຍ ມາເລເຊຍ ສືບຕໍ່ສົມທົບກັບຫວຽດນາມ ໃນການແກ້ໄຂບັນຫາທະເລຕາເວັນອອກ ໂດຍສັນຕິວິທີ ແລະ ທາງການທູດ, ເຄົາລົບກົດໝາຍສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ