ຄະນະ​ຜູ້​ແທນ​ຊາວ​ໜຸ່ມ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ​ຢ​້ຽມຢາມ​ເຂດຮ່ອງຮອຍ​ສົງຄາມ​ເຊີນ​ໝີ,ກວາງ​ຫງາຍ

ຄະນະ​ຜູ້​ແທນ​ຊາວ​ໜຸ່ມ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ​ຢ​້ຽມຢາມ​ເຂດຮ່ອງຮອຍ​ສົງຄາມ​ເຊີນ​ໝີ,ກວາງ​ຫງາຍ - ảnh 1
ຄະນະຜູ້​ແທນ​​ຊາວ​ໜຸ່ມ​​ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ
ລົງ​ຢ້ຽມຢາມ​ເຂດ​ຮ່ອງຮອຍ​ສົງຄາມ ​ເຊີນ​ໝີ
(ພາບ: TTXVN)

(vovworld) -  ​ ວັນ​ທີ 20/07, ຄະນະຜູ້​ແທນ​​ຊາວ​ໜຸ່ມ​​ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດລວມ 110 ຄົນ​​ໄດ້​ເຂົ້າ​ຮ່ວມ​ລາຍການ​ຄ້າຍ​ພັກ​ແລ້ງ ຫວຽດນາມ 2016 ລົງ​ຢ້ຽມຢາມ​ເຂດ​ຮ່ອງຮອຍ​ສົງຄາມ ​ເຊີນ​ໝີ ຂຶ້ນ​ກັບ​ຕາ​ແສງ ຕິ້ງ​ເຄ ນະຄອນ ກວາງ​ຫງາຍ ​ແຂວງ ກວາງ​ຫງາຍ. ຄະນະ​ໄດ້ຖະຫວາຍ​ດອກ​ໄມ້, ຖະຫວາຍ​ທູບ​ທຽນບູຊາ​ອາ​ໄລ​ຫາ ສາມັນ​ຊົນ​ຜູ້​ມີ​ໂທດ​ລວມ 504 ຄົນ​ຖືກ​ກອງທັບ ອາ​ເມ​ລິ​ກາ ​ເຂັ່ນຂ້າ​ໃນ​ວັນ​ທີ 16/03/1968 ​ແລະ ຢ້ຽມຊົມ ທັດສະນະ​ສຶກສາ​ຢູ່​ເຂດ​ດັ່ງກ່າວ​. ບັນດາ​ສະມາຊິກ​ໃນ​ຄະນະມີ​ຄວາມ​ສະ​ເທືອ​ນ​ໃຈ​ເມື່ອ​ໄດ້​ຊົມ​ບັນ​ດາ​ຮູບ​ພາບທີ່​ຮ້າຍ​ກາດຂອງ​ເຫດ​​ເຂັ​່ນຂ້າ​ດັ່ງກ່າວ. ພາຍຫລັງ​ອອກ​ຈາກ​ແຂວງ ກວາງ​ຫງາຍ ຄະນະ​ຜູ້​ແທນ​ຊາວ​ໜຸ່ມ​ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ໄດ້​ກັບ​ຄືນ ດ່າ​ໜັງ ​ເພື່ອ​ສືບ​ຕໍ່​ບັນດາ​ການ​​ເຄື່ອນ​ໄຫວ​ຂຶ້ນ​ກັບ​ລາຍການ​ຄ້າຍ​ພັກ​ແລ້ງ.

ຂ່າວ/ບົດ​ອື່ນ