ຄະນະຜູ້ແທນທູດທະຫານບັນດາປະເທດຢ້ຽມຢາມກອງບັນຊາການທະຫານນະຄອນຫລວງຮ່າໂນ້ຍ

ຄະນະຜູ້ແທນທູດທະຫານບັນດາປະເທດຢ້ຽມຢາມກອງບັນຊາການທະຫານນະຄອນຫລວງຮ່າໂນ້ຍ - ảnh 1
ພົນ​ຕີ ຟີ​ກວກ​ຕວນຕ້ອນຮັບຄະນະ​ຜູ້​ແທນ​ທູດ​ທະຫານ​ບັນດາ​ປະ​ເທດ​ປະຈຳ​ຫວຽດນາມ
ພາບ:infornet.vn


(vovworld)- ຄະນະ​ຜູ້​ແທນ​ທູດ​ທະຫານ​ບັນດາ​ປະ​ເທດ​ປະຈຳ​ຫວຽດນາມ ​ໂດຍ​ພັນ​ເອກ Matthew Dudley, ທູດ​ທະຫານ ອົດ​ສະ​ຕາ​ລີ ​ເປັນ​ຫົວຫນ້າ​ຄະນະ ​ໄດ້​ໄປ​ຢ້ຽມຢາມ ກອງ​ບັນຊາ​ການ​ທະຫານ​ນະຄອນຫລວງ ຮ່າ​ໂນ້ຍ. ນະ​ທີ່​ນີ້ ພົນ​ຕີ ຟີ​ກວກ​ຕວນ, ຜູ້​ບັນຊາ​ການ​ທະຫານ​ກອງ​ບັນຊາ​ການ​ທະຫານນະຄອນຫລວງ ຮ່າ​ໂນ​້ຍ ​ໄດ້​ຢືນຢັນ​ວ່າ: ​ໃນ​ໄລຍະ​ຜ່ານ​ມາ, ທູດ​ທະຫານ​ບັນດາ​ປະ​ເທດ​ປະຈຳ ຫວຽດນາມ ​ມີ​ສາຍ​ພົວພັນ​ຢ່າງ​ສະຫນິດ​ແຫນ້ນ​ກັບ​ບັນດາ​ອົງການ, ກົມ​ກອງກອງທັບ​ປະຊາຊົນ​ຫວຽດນາມ ​ເວົ້າ​ລວມ, ກອງ​ບັນຊາ​ການ​ທະຫານ​ນະຄອນຫລວງ ​ເວົ້າ​ສະ​ເພາະ, ຜ່ານ​ນັ້ນ ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ປັບປຸງ ​ແລະ​ ​ເພີ່ມ​ທະວີ​ສາຍ​ພົວພັນ, ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊ​ິ່ງກັນ ​ແລະ ກັນ ລະຫວ່າງ​ກອງທັບ​ປະຊາຊົນ​ຫວຽດນາມ ກັບ​ກອງທັບ​ບັນດາ​ປະ​ເທດ, ປະກອບສ່ວນ​ຮັກສາ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ​ໃນ​ພາກ​ພື້ນ ​ແລະ ​ໂລກ. ພັນ​ເອກ Matthew Dudley ປາດ​ຖະຫນາ​ວ່າ ​ໃນ​​ໄລຍະ​ຈະ​ມາ​ເຖິງ, ທູດ​ທະຫານ​ບັນດາ​ປະ​ເທດ ຈະ​ ໄປຢ້ຽມຢາມກອງ​ບັນຊາ​ການ​ທະຫານ​ນະຄອນຫລວງ​ ​ແລະ ບັນດາ​ກົມ​ກອງ ຫລາຍ​ກວ່າ ​, ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ແລກປ່ຽນ​ລະຫວ່າງ​ກອງທັບ​ປະຊາຊົນ​ຫວຽດນາມ ​ກັບ​ກອງທັບ​ປະ​ເທດຕ່າງໆ.

 

ຂ່າວ/ບົດ​ອື່ນ