ຄະນະຜູ້ແທນແຂວງຄຳມ່ວນ ຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນໂຮ່ຈິມິນ

ຄະນະຜູ້ແທນແຂວງຄຳມ່ວນ ຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນໂຮ່ຈິມິນ - ảnh 1
ທ່ານ Le Thanh Hai ເລຂາຄະນະ​ພັກ​ນະຄອນ​ໂຮ່ຈິ​ມິນ
ຕ້ອນຮັບ​ທ່ານ ຄຳ​​ໃບດຳລັດ, ກຳມະການ​ສູງ​ກາງ​ພັກປະຊາຊົນ​ປະຕິວັດ​ລາວ
( ພາບ: phunuonline.com.vn )

(vovworld) -     ​ ວັນ​ທີ 11/8, ທ່ານ Le Thanh Hai, ກຳມະການ​ກົມ​ການ​ເມືອງ, ​ເລຂາຄະນະ​ພັກ​ນະຄອນ​ໂຮ່ຈິ​ມິນ, ​ໄດ້ໃຫ​້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ແຂວງ​ຄໍາ​ມ່ວນ ​ໂດຍ​ທ່ານ ຄຳ​​ໃບດຳລັດ, ກຳມະການ​ສູງ​ກາງ​ພັກປະຊາຊົນ​ປະຕິວັດ​ລາວ, ​ເລຂາພັກ​ແຂວງ ​ເຈົ້າ​ ແຂວງ​ໆຄຳມ່ວນ ນຳ​ໜ້າ. ທີ່​ການ​ຕ້ອນຮັບ, ທ່ານ Le Thanh Hai ​ໄດ້​ຊົມ​ເຊີຍ​ຄະນະ​ຜູ້​ແທນ​ແຂວງ​ຄຳ​ມ່ວນ​ ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ, ​ໃນ​ນັ້ນ​ມີ​ນະຄອນ​​ໂຮ່ຈິ​ມິນ. ທ່ານ​ໄດ້ຕີ​ລາຄາ​ສູງ​ຜົນ​​ງານເສດຖະກິດ​ສັງຄົມ​ທີ່ແຂວງ​ຄຳ​ມ່ວນ ​ຍາກ​ມາ​ໄດ້​ໃນ​ໄລຍະ​ທີ່​ຜ່ານ​ມາ, ທ່ານ Le Thanh Hai ຫວັງ​ວ່າ ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ທາງ​ແຂວງ​ຈະ​ບັນລຸ​ໄດ້​ບັນດາ​ຜົນງານ​ທີ່​ໃຫຍ່​ຫຼງກວ່າ​ອີກ, ​ໂດຍ​ສະ​ເພາະ​ແມ່ນ​ວຽກ​ງານ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວ, ຫຼຸດຜ່ອນ​ຄວາມທຸກ​ຍາກ, ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ… ສ່ວນ​ທ່ານ ຄຳ​​ໃບດຳລັດ ກໍ​ໃຫ້​ຮູ້​ວ່າ, ບາງ​​ແຂວງ​ທາງ​ພາກ​ກາງຂອງ​ຫວຽດນາມ ​ໄດ້​ຊ່ວຍ​ແຂວງຄຳ​ມ່ວນ ​ໃນ​ການ​ບຳລຸງ​ສ້າງ​ຊັບພະຍາກອນ​ມະນຸດ, ​ໂດຍ​ສະ​ເພາະ​ແມ່ນ​ສອນ​ໃຫ້​ນັກຮຽນ​ລາວ. ສະ​ເພາະ​ແຂວງ ກວາງ​ຈິ້ ​ໄດ້​ບຳລຸງ​ສ້າງ​ນັກ​ຮຽນ​ໃຫ້ແຂວງ​ຄຳ​ມ່ວນຈຳນວນ 500 ຄົນ. ​​ແຂວງ​ກວາງ​ບິ່ງ ​ເຊິ່ງແມ່ນ​ແຂວງ​ແຮກ​ສ່ຽວກັບ​ແຂວງ​ຄຳ​ມ່ວນ ກໍ​ໄດ້​ຊ່ວຍ​ປຸກສ້າງ​ໂຮງຮຽນ​ປະຖົມມິດຕະພາບ​ຫວຽດນາມ - ລາວ ​​ແຫ່ງ​ທຳ​ອິດ…

ເນື່ອງ​ໃນ​ໂອາກດນີ້, ທ່ານ ຄຳ​​ໃບ​ດຳລັດ ກໍ​ໃຫ້​ຮູ້​ວ່າ: ຄາ​ດວ່າ​ໃນ​ເດືອນ 12 ປີ 2012, ​ເຂດ​ອະນຸສອນ​ສະຖານປະທານ​ໂຮ່ຈິ​ມິນ ຢູ່​ແຂວງ​ຄຳ​ມ່ວນ​ຈະ​ຮັບ​ການ​ກໍ່ສ້າງສຳ​ເລັດ. ​ໃນ​ໄລຍະ​ຈະ​ມາ​ເຖິງ ​ແຂວງ​ຄຳ​ມ່ວນ​ກໍ​ຈະ​ສ້າງ​ກຸ່ມ​ອະນຸສາ​ວະລີ​ສຳພັນ​ທະ​ມິດ​ສຸ​ຮົບ​ລາວ - ຫວຽດນາມ.

ຂ່າວ/ບົດ​ອື່ນ