ຄະນະພັກຕຳຫຼວດສູນກາງຕ້ອງຖືການປົກປັກຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍຂອງທົ່ວສັງຄົມແມ່ນໜ້າທີ່ຈຸດສຸມ

(VOVWORLD) -ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຊີ້ແຈ້ງວ່າ ໜ້າທີ່ປົກປັກຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຕ້ອງແມ່ນໜ້າທີ່ອັນດັບໜຶ່ງ
ຄະນະພັກຕຳຫຼວດສູນກາງຕ້ອງຖືການປົກປັກຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍຂອງທົ່ວສັງຄົມແມ່ນໜ້າທີ່ຈຸດສຸມ - ảnh 1(ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວຄຳເຫັນທີ່ກອງປະຊຸມ)

ວັນທີ 04 ມິຖຸນາ, ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມປະກາດຂໍ້ຕົກລົງຂອງກົມການເມືອງມອບໜ້າທີ່ໃຫ້ຄະນະພັກຕຳຫຼວດສູນກາງ, ອາຍຸການ 2020 – 2025 ແລະ ກອງປະຊຸມຄະນະພັກສູນກາງຄັ້ງປະຖົມມະເລິກ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເນັ້ນໜັກວ່າ, ອາຍຸການ 2020 – 2025 ມີຄວາມສະດວກຫຼາຍຢ່າງ ແຕ່ກໍ່ປະເຊີນໜ້າກັບບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍທີ່ໃຫຍ່ຫຼວງ, ສົ່ງຜົນກະທົບໂດຍກົງເຖິງວຽກງານປົກປ້ອງຄວາມໝັ້ນຄົງແຫ່ງຊາດ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ແລະ ສ້າງກຳລັງຕຳຫຼວດປະຊາຊົນ; ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຊີ້ແຈ້ງວ່າ ໜ້າທີ່ປົກປັກຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຕ້ອງແມ່ນໜ້າທີ່ອັນດັບໜຶ່ງ:

        “ຕ້ອງສ້າງເປັນກຳລັງຫຼວງ, ກະທັດລັດ, ຫັນເປັນທັນສະໄໝໃຫ້ໄດ້. ພິເສດແມ່ນສ້າງມະນຸດ: “ທະຫານຕ້ອງກະທັດລັດ, ນາຍພົນເຂັ້ມແຂງ”, ມີກຳລັງແຮງສັງລວມ, ຕ້ອງມີກຳລັງແຮງຢ່າງພຽງພໍເພື່ອຍາດເອົາໄຊຊະນະທຸກຢ່າງ, ຜ່ານຜ່າຄວາມຫຍຸ້ງຍາກເພື່ອປະຕິບັດໜ້າທີ່ໃຫ້ສຳເລັດເປັນຢ່າງດີທີ່ສຸດ, ສົມກັບມູນເຊື້ອອັນສະຫງ່າລາສີພິລະອາດຫານ, ຕຳຫຼວດປະຊາຊົນວິລະຊົນ, ຍຸກສະໄໝ ໂຮ່ຈີມິນ”.

        ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ປາດຖະໜາວ່າ, ຄະນະພັກຕຳຫຼວດປະຊາຊົນສູນກາງ, ການນຳກະຊວງຕຳຫຼວດ ແລະ ພະນັກງານ, ຕຳຫຼວດປະຊາຊົນທຸກຄົນຕ້ອງເປັນແບບຢ່າງ, ສົມທົບກັນ, ສະມັກຄີກັນ, ຕັດສິນໃຈປະຕິບັດສຳເລັດໜ້າທີ່ທີ່ໄດ້ວາງອອກໃນອາຍຸການ 2020 - 2025.

ຕອບກັບ

ຂ່າວ/ບົດ​ອື່ນ