ຄະນະເຈົ້າໜ້າທີ່ ກຳປູເຈຍ ໄປ ໄທ ເພື່ອເຈລະຈາກ່ຽວກັບບັນຫາຊາຍແດນ

ຄະນະເຈົ້າໜ້າທີ່ ກຳປູເຈຍ ໄປ ໄທ ເພື່ອເຈລະຈາກ່ຽວກັບບັນຫາຊາຍແດນ - ảnh 1
ພະ​ວິຫານ Preah Vihear

( vovworld ) - ​ວັນ​ທີ 12/2, ຄະນະ​​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ ກຳປູ​ເຈຍ ​ເຊິ່ງລວມມີ 25 ທ່ານ ​ໄດ້​​ເດີນທາງໄປຮອດ​ປະ​ເທດ ​ໄທ ​ເພື່ອ​ເຂົ້າ​ຮ່ວມ​ວາລະ​ປະຊຸມ​ຄັ້ງ​ທີ 5 ຂອງ​ຄະນະ​ກຳມະການ​ປະສົມ​ກ່ຽວ​ກັບ​ການ​ຂີດ​ເສັ້ນ​ຊາຍ​ແດນ​ທາງບົກ​ລະຫວ່າງ ​ໄທ - ກຳ​ປູ​ເຈຍ ( JBC ), ​ເຊິ່ງຖືກ​ດຳ​ເນີນ​ແຕ່​ວັນ​ທີ 13 ຫາ 14/2. ນີ້​ຈະ​ແມ່ນ​ວາລະ​ປະຊຸມ​ຄັ້ງ​ທຳ​ອິດ​​ໃນ​ໄລຍະ 3 ປີທີ່ຜ່ານມາ, ນັບ​ແຕ່​ບັນດາ​ວາລະປະຊຸມ​ຂອງ JBC ຖືກ​ຢຸດ​ສະຫງັກ​ເມື່ອປີ 2009 ​ຍ້ອນ​ເກີດ​​ການ​ປະ​ທະ​ກັນ​ລະຫວ່າງ​ທະຫານຂອງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ຊາຍ​ແດນ​ທີ່​ມີ​ການ​ພິພາດກັນ. ກ່າວ​ຄຳ​ເຫັນ​ທີ່​ສະໜາມ​ບິນ​ສາກົນ ພະນົມ​ເປັນ ກ່ອນ​ທີ່ຈະ​​ເດີນທາງ​ໄປ​ປະ​ເທດ ​ໄທ, ທ່ານ​ປະທານ​ຄະນະ​ກຳມະການ​ຊາຍ​ແດນ ​ກຳປູ​ເຈຍ Va Kim Hong ​ໃຫ້​ຮູ້​ວ່າ, ການ​ເຈລະຈາ​ທີ່​ຈະ​ມາ​ເຖິງ​ຈະ​ສຸມ​ໃສ່​ເຂົ້າ​​ໃນການວັດ​ແທກ​ເສັ້ນ​ຊາຍ​ແດນ ​ແລະ ຊອກ​ຫາ​ 25 ຫຼັກໝາຍ​ຊາຍ​ແດນທີ່​ຍັງ   ​ເ​ຫຼື​ອຢູ່​ນອກ​ພະ​ວິຫານ Preah Vihear. ​ທ່ານ Va Kim Hong ​​ຍັງເນັ້ນ​ໜັກ​ວ່າ​ ສຳລັບ​ເຂດ​ພະ​ວິຫານ Preah Vihear, ທັງສອງ​ຝ່າຍ​ຕ້ອງ​ລໍຖ້າສານຍຸດຕິ​ທຳ​ສາກົນ​​ເຮັດ​ແຈ້ງ​ຄວາມຕັດສິນ​ຂອງ​ສານ​ເມືອ​ປີ 1962 ​ເຊິ່ງກຽວ​ຂ້ອງ​ເຖິງ​ພະວິຫານ​ນີ້. ຕາມ​ການ​ຕີ​ລາຄາ​ຂອງ​ທ່ານ Va Kim Hong ​ແລ້ວ, ການ​ເຊື່ອມ​ຕໍ່​ວາລະ​ປະຊຸມຕ່າງໆ​ຂອງ JBC ​ແມ່ນ​ບາດກ້າວ​ຢ່າງ​ຕັ້ງໜ້າ​ເພື່ອ​ມຸ້ງ​ໄປ​ເຖິງ​ການ​ແກ້​ໄຂ​​ການ​ພິພາດ​ຊາຍ​ແດນ​ລະຫວ່າງ​ສອງ​ປະ​ເທດ.

ຕອບກັບ

ຂ່າວ/ບົດ​ອື່ນ